Breaking News

ຖືກໂຈນປົ້ນບໍ່ສົນໃຈຫຍັງເລີຍ ແຕ່ນັ່ງກິນຂາໄກ່ແບບຊິວໆ

ກາຍເປັນກະແສທົ່ວໂລກອອນລາຍ ເມື່ອມີການເຜີຍແຜ່ວິດີໂອຈາກກ້ອງວົງຈອນປິດທີ່ບັນທຶກເຫດການໂຈນໄດ້ເຂົ້າໄປກໍເຫດຊິງຊັບໃນຮ້ານອາຫານແຫ່ງໜຶ່ງ ເຊິ່ງແນ່ນອນວ່າມັນສ້າງຄວາມຢ້ານກົວໃຫ້ກັບຜູ້ຄົນເປັນຈໍານວນຫຼາຍ ແຕ່ວ່າມີຊາຍໜຸ່ມຄົນໜຶ່ງທີ່ບໍ່ສົນໃຈຫຍັງເລີຍ ນັ່ງກິນອາຫານຢ່າງດຽວ.ເຊິ່ງໃນຄິບວິດີໂອສະແດງໃຫ້

ເຫັນຕອນທີ່ໂຈນຍ່າງເຂົ້າມາໃນຮ້ານອາຫານ ຈາກນັ້ນກໍສົ່ງສຽງຮ້ອງເພື່ອໃຫ້ຄົນທີ່ຢູ່ໃນຮ້ານສົ່ງສິ່ງຂອງທີ່ມີຄ່າໃຫ້ກັບຕົນເອງ ພ້ອມກັບຍົກປືນຂື້ນມາຂູ່ເຮັດໃຫ້ຜູ້ຄົນທີ່ຢູ່ໃນຮ້ານຕ່າງກໍພາກັນຢ້ານກົວ ແຕ່ວ່າມີຊາຍໜຸ່ມຄົນໜຶ່ງທີ່ມີທ່າທາງບໍ່ຢ້ານກົວ ແລະ ຍັງນັ່ງກິນຂາໄກ່ແບບຊິວໆ ເຖິງວ່າໂຈນຈະເອົາປືນມາຂູ່ຫຼາຍຄັ້ງກໍຕາມ

ຫຼັງຈາກນັ້ນຊາຍໜຸ່ມຄົນດັ່ງກ່າວກໍໄດ້ຈົກເອົາໂທລະສັບທີ່ຢູ່ໃນຖົງໂສ້ງອອກມາໃຫ້ກັບໂຈນດ້ວຍທ່າທາງຄືບໍ່ມີຫຍັງເກີດຂື້ນ ເມື່ອໂຈນຄົນດັ່ງກ່າວໄດ້ສິ່ງຂອງມີຄ່າແລ້ວກໍຫຼົບໜີໄປ ສ່ວນຊາຍໜຸ່ມຄົນນັ້ນກໍຍັງຄົງນັ່ງກິນໄກ່ຕໍ່ໄປ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.