ຕອນເຊົ້າວັນທີ 29 ມິຖຸນາ 2021 ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນ ປາກຊັນ ແຂວງ ບໍລິຄໍາໄຊ ສປປ ລາວ, ໄດ້ມອບຜູ້ຖືກຫາເຊື້ອຊາດ ແລະ ສັນຊາດໄທ ຈໍານວນ 01 ຄົນ ກັບຄືນປະເທດເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນປາກຊັນ ໄດ້ໃຫ້ຮູ້ວ່າ:

ຜູ້ຖືກຫາ ຄື: ທ້າວ ຈະລັດວິສາສັກ ມາຕາ ອາຍຸ 45 ປີ, ອາຊີບຄ້າ-ຂາຍ, ເຊື້ອຊາດ ແລະ ສັນຊາດໄທ, ຢູ່ບ້ານ ປາກຄາດ, ເມືອງປາກຄາດ ແຂວງບຶງການ, ລາຊະອານະຈັກໄທ, ຜູ້ກ່ຽວ ໄດ້ເຂົ້າມາລາວໃນວັນທີ 23 ພຶດສະພາ 2021 ໂດຍໄດ້ຈ້າງຄົນໄທທີ່ໄຫຼມອງຢູ່ເຂດບ້ານ ປາກຄາດ ເມືອງ ປາກຄາດ ເເຂວງ ບຶງການ ປະເທດໄທ ໃຫ້ຂັບເຮືອຈັກຫາງຍາວໄປສົ່ງຢູ່ຝັ່ງລາວ ໂດຍໃຊ້ຮູບການໄຫຼມອງແບບແອບແຝງຈາກບ້ານ ຕ້ອນໃຫຍ່ ເມືອງ ລັດຕະນະວາປີ ແຂວງ ໜອງຄາຍ ຫາບ້ານ ຫົງທອງ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ແລ້ວກໍ່ໄດ້ຂຶ້ນຢູ່ຈຸດທ່າວັດແຄມຂອງ (ຝັ່ງລາວ).
ຕົກມາຮອດວັນທີ 02 ມິຖຸນາ 2021 ເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ໄດ້ລົງກວດກາພົບເຫັນຜູ້ກ່ຽວຢູ່ເຮືອນນາງ ສົມຫຍີງ ບ້ານຫົງທອງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຈາກນັ້ນກໍ່ນໍາຕົວຜູ້ກ່ຽວໄປໃຫ້ຂໍ້ມູນ ແລ້ວນໍາສົ່ງຕົວໃຫ້ເຈົ້າໜ້າທີ່ຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງທ້າວ ຈະລັດວິສາສັກ ມາຕາ ມີເຈດຕະນາລັກລອບເຂົ້າເມືອງ ເຊີ່ງຜິດຕໍ່ກົດໝາຍສະບັບເລກທີ 59/ສພຊ ລົງວັນທີ 26 ທັນວາ 2014 ວ່າດ້ວຍການເຂົ້າ-ອອກເມືອງ ແລະ ການຄຸ້ມຄອງຄົນຕ່າງປະເທດ ໃນໝວດທີ່ 9 ຂໍ້ທີ່ 1, ຜູ້ກ່ຽວມີເຈດຕະນາລັກສ້າງຄອບຄົວກັບພົນລະເມືອງລາວ

ເຊີ່ງຜິດຕໍ່ດໍາລັດເລກທີ່ 198/ນຍ ລົງວັນທີ 19 ທັນວາ 1994 ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ ແລະ ມີເຈດຕະນາ ລະເມີດຕໍ່ຄໍາສັ່ງເລກທີ 15/ນຍ ວ່າດ້ວຍ ການປ້ອງກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ,
ໂດຍຜູ້ກ່ຽວໄດ້ຮັບການສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປປ ລາວເປັນທີ່ຮຽບຮ້ອບແລ້ວ, ຈຶ່ງໄດ້ມອບສົ່ງຜູ້ກ່ຽວໃຫ້ກັບເຈົ້າໜ້າທີ່ຝ່າຍໄທ ນໍາໄປສຶກສາອົບຮົມບໍ່ໃຫ້ກະທໍາຜິດອີກໃນຄັ້ງຕໍ່ໄປ.ຂໍ້ມູນ: Medai Laosຂໍ້ມູນຈາກ
