Breaking News

“ວັນ​ທີ 01 ກໍ​ລະ​ກົດ​ 2021, ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ

“ວັນ​ທີ 01 ກໍ​ລະ​ກົດ​ 2021, ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີໄດ້ຈັດຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເໝິນນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ຄຶກ​ຄື້ນ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ ແລະ​ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.”

(1). ຈີນ​ໄດ້​ສ້າງ​ສັງ​ຄົມທີ່​ອີ່ມ​ໜຳາສຳລານສຳເລັດຜົນຢ່າງ​ຮອບ​ດ້ານ

:1. ໂດຍ​ຜ່ານ​ການ​ສູ້​ຊົນ​ຜ່ານ​ຜ່າ​ຢ່າງ​ຕໍ່​ເນື່ອງ​ຂອງ​ທົ່ວ​ພັກ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ, ຈີນ​ໄດ້​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ປັດ​ຈຸ​ບັນ​ນີ້, ຈີນ​ພວມ​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ. ນີ້​ແມ່ນ​ກຽດ​​ສັກ​ສີ ແລະ ຄວາມສະ​ຫງ່າ​ງາມ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ, ຂອງ​ປະ​ຊາ​ຊົນ​ຈີນ ແລະ ຂອງ​ພັກ​ກອມ​ມູ​ນິດ​ຈີນ;

2. ນັບ​ແຕ່​ຈີນ​ດຳ​ເນີ​ນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ມີ​ການ​​ວາງ​ແຜນ​ຍຸດ​ທະ​ສາດ​​ໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຂອງ​ປະ​ເທດ​ຈີນ, ບົນ​ພື້ນ​ຖານ​ການ​ແກ້​ໄຂ​ບັນ​ຫາ​​ການກິນ​ອີ່ມ​ນຸ່ງ​ອຸ່ນ​​ໃຫ້​ສຳ​ເລັດກ່ອນ​ເວ​ລາ​ກຳ​ນົດ ແລະ ​ເຮັດ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ກ້າວ​ເຖິງ​ລະ​ດັບ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ດ້ານກວມ​ລວມ​ແລ້ວ,

3. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ສະ​ເໜີ​ອອກ​​ວ່າ: “ເມື່ອ​ຮອດ​ວັນ​ສ້າງ​ຕັ້ງ​ພັກ​ກອ​ມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ, ຈີນ​ຈະ​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ສ້າງ​ສັງ​ຄົມທີ່​ອີ່ມ​ໜຳ​ສຳ​ລານ ທີ່​ເສດ​ຖະ​ກິດ​ພັດ​ທະ​ນາກວ່າ​ເກົ່າ, ປະ​ຊາ​​ທິ​ປະ​ໄຕ​ສົມ​ບູນກວ່າ​ເກົ່າ, ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ກ້າວ​ໜ້າກວ່າ​ເກົ່າ, ວັດ​ທະ​ນະ​ທຳ​ຈະ​ເລີນ​ຮຸ່ງ​ເຮືອງກວ່າ​ເກົ່າ, ສັງ​ຄົມ​ກົມ​ກຽວກວ່າ​ເກົ່າ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ງາມກວ່າ​ເກົ່າ ໃຫ້​ສຳ​ເລັດ”,

4. ໂດຍ​ຜ່ານ​ການ​ສູ້​ຊົນ​ຜ່ານ​ຜ່າ​ຢ່າງ​ຕໍ່​ເນື່ອງ​ຂອງ​ທົ່ວ​ພັກ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ, “ຈີນ​ໄດ້​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ປັດ​ຈຸ​ບັນ​ນີ້, ຈີນ​ພວມ​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ”, ນີ້​ແມ່ນ​ກຽດ​​ສັກ​ສີ ແລະ ຄວາມສະ​ຫງ່າ​ງາມ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ, ຂອງ​ປະ​ຊາ​ຊົນ​ຈີນ ແລະ ຂອງ​ພັກ​ກອມ​ມູ​ນິດ​ຈີນ,

5. ນັບ​ແຕ່​ຈີນ​ດຳ​ເນີ​ນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ມີ​ການ​​ວາງ​ແຜນ​ຍຸດ​ທະ​ສາດ​​ໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຂອງ​ປະ​ເທດ​ຈີນ, ບົນ​ພື້ນ​ຖານ​ການ​ແກ້​ໄຂ​ບັນ​ຫາ​​ການກິນ​ອີ່ມ​ນຸ່ງ​ອຸ່ນ​​ໃຫ້​ສຳ​ເລັດກ່ອນ​ເວ​ລາ​ກຳ​ນົດ ແລະ ​ເຮັດ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ກ້າວ​ເຖິງ​ລະ​ດັບ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ດ້ານກວມ​ລວມ​ແລ້ວ;

(2). ຕ້ອງ​ຍຶດ​ໝັ້ນ​ການ​ນຳພາທີ່​​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູນິດ​ຈີນ:

1. ບໍ່​ມີ​ພັກ​ກອມ​ມູນິດ​ຈີນ​ກໍ​ບໍ່​ມີ​ປະ​ເທດ​ຈີນ​ໃໝ່, ກໍ​ບໍ່​ມີ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ປະຫວັດສາດ ​ແລະ​ປະຊາຊົນ​ໄດ້​ເລືອກ​ພັກ​ກອມ​ມູນິດ​ຈີນ ແລະ ຕ້ອງ​ຍຶດໝັ້ນ​ການ​ນຳພາ​ທີ່ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູນິດຈີນ

,2. ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ລັກສະນະທາດ​ແທ້​ທີ່​ສຸດຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ແມ່ນ​ທ່າ​ແຮງ​ໃຫຍ່​ທີ່​ສຸດ​ຂອງ​ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ແມ່ນ​ພື້ນຖານ ​ແລະ​ສາຍ​ເລືອດຂອງ​ພັກ ​ແລະ​ປະ​ເທດຊາດ, ​ພົວພັນ​​ໂດຍ​ກົງກັບ​ຜົນ​ປະ​ໂຫຍ​ດ ​ແລະ​ຊາຕາກຳ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ. ຕ້ອງ​ຍຶດໝັ້ນ​ການ​ນຳພາຮອບດ້ານ​ຂອງ​ພັກ, ຍົກ​ສູງ​ລະດັບ​ການ​ປົກຄອງ​ປະ​ເທດຕາມ​ຫຼັກ​ວິທະຍາສາດ, ປະຊາທິປະ​ໄຕ ​ແລະ​ຕາມ​ກົດໝາຍຢ່າງ​ບໍ່​ຢຸດ​ຢັ້ງ;

(3). ຈີນຈະບໍ່ຍອມຮັບໃຫ້ໃຜມາເປັນປະລະມາຈານຊີ້ໄມ້ຊີ້ມືແບບບັງຄັບຢ່າງເດັດຂາດ

:1. ພັກກອມມູນິດຈີນ ແລະ ປະຊາຊົນຈີນຕັ້ງໜ້າຮ່ຳຮຽນ ແລະ ຖອດຖອນບົດຮຽນຜົນສຳເລັດທີ່ດີທຸກຢ່າງຂອງມະນຸດ, ຍິນດີຮັບຟັງຂໍ້ສະເໜີທີ່ມີຜົນດີ ແລະ ຄຳຕຳໜິຕິຊົມທີ່ມີເຈດຕະນາດີທຸກຢ່າງ, ແຕ່ຈະບໍ່ຍອມຮັບໃຫ້ໃຜມາເປັນປະລະມາຈານຊີ້ໄມ້ຊີ້ມືແບບບັງຄັບຢ່າງເດັດຂາດ;

2. ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນເສັ້ນທາງທີ່ຖືກຕ້ອງເພື່ອບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ,

3. ພັກກອມມູນິດຈີນ ແລະປະຊາຊົນຈີນຈະກ້າວເດີນຕໍ່ໄປຢ່າງສະຫງ່າຜ່າເຜີຍຕາມເສັ້ນທາງທີ່ຕົນເອງເລືອກເຟັ້ນ, ກຳແໜ້ນຊາດຕາກຳແຫ່ງການພັດທະນາ ແລະ ຄວາມກ້າວໜ້າຂອງປະເທດຈີນໄວ້ໃນກຳມືຂອງຕົນ,

4. ລັດທິມາກແມ່ນແນວຄິດຊີ້ນຳພື້ນຖານແຫ່ງການສ້າງຕັ້ງພັກ ແລະ ປະເທດ, ຕ້ອງຊຸກຍູ້ໃຫ້ລັດທິມາກເຊື່ອມໂຍງເຂົ້າກັບສະພາບຄວາມເປັນຈິງຂອງປະເທດຈີນ ແລະຍຸກສະໄໝ

;(4). ຂໍ້ຮຽກຮ້ອງຂອງຄະນະກຳມະການສູນກາງພັກເຖິງສະມາຊິກພັກກອມມູນິດຈີນທັງໝົດ ຄື:1. ຕ້ອງຈື່ຈຳອຸດດົມການແຕ່ຫົວທີ, ເດັດດ່ຽວຍຶດມັ້ນອຸດົມການ, ປະຕິບັດຕາມຈຸດປະສົງຂອງພັກ, ສືບຕໍ່ຮັດແໜ້ນສາຍພົວພັນກັບປະຊາຊົນແບບກາຍອີນຊີຕະຫຼອດໄປ

2. ຄິດນຳປະຊາຊົນ ເຮັດວຽກຮ່ວມກັບປະຊາຊົນຕະຫຼອດໄປ, ຮ່ວມຈິດຮ່ວມໃຈ, ຮ່ວມທຸກຮ່ວມສຸກ, ສືບຕໍ່ປະຕິບັດໜ້າທີ່ຢ່າງບໍ່ລົດລະເພື່ອເຮັດໃຫ້ຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມປາກົດຜົນເປັນຈິງ

,3. ພະຍາຍາມສ້າງກຽດຕິຍົດຫຼາກກວ່າເກົ່າເພື່ອພັກ ແລະ ປະຊາຊົນ;

(5). ຈີນຈະສະໜອງໂອກາດໃໝ່ໃຫ້ກັບໂລກດ້ວຍການພັດທະນາໃໝ່ຂອງຕົນ

:1. ຈີນຈະຍຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ຊຸກຍູ້ການສ້າງສາຍພົວພັນສາກົນແບບໃໝ່, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຊຸກຍູ້ການສ້າງ “ໜຶ່ງແລ້ວໜຶ່ງເສ້ນທາງ” ຮ່ວມກັນໃຫ້ມີຄຸນນະພາບສູງ, ຈະສະໜອງໂອກາດໃໝ່ໃຫ້ກັບໂລກດ້ວຍການພັດທະນາໃໝ່ຂອງຈີນ,

2. ຈີນເປັນຜູ້ສ້າງສັນຕິພາບໂລກ, ຜູ້ປະກອບສ່ວນເຂົ້າໃນການພັດທະນາຂອງໂລກ ແລະ ຜູ້ຮັກສາລະບຽບສາກົນຕະຫຼອດ,

3. ພັກກອມມູນິດຈີນຈະຍຶດໝັ້ນການຮ່ວມມືກັນ, ບໍ່ເປັນປໍລະປັກກັນ ແລະ ຈະຍຶດໝັ້ນເປີດປູຕູສູ່ພາຍນອກ, ບໍ່ປິດປະຕູ,

4. ຈະຍຶດໝັ້ນໃນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ບໍ່ດຳເນີນການແຂ່ງຂັນແບບເຈົ້າໄດ້ຂ້ອຍເສຍ, ຄັດຄ້ານລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດ;(

6). ຕ້ອງສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເປັນ​ກອງ​ທັບ​ສຸດຍອດ​ຂອງ​ໂລກ:

1. ຈີນ​ຕ້ອງ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເປັນ​ກອງ​ທັບ​ສຸດຍອດ​ຂອງ​ໂລກ, ປົກ​ປ້ອງອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ດ້ວຍ​ຄວາມ​ສາ​ມາດ​ທີ່​​ເຂັ້ມ​ແຂງກວ່າ​ເກົ່າ ແລະ​ວິ​ທີ​ທີ່​ມີປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ;

2. ກອງ​ທັບ​ປະ​ຊາ​ຊົນໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີອັນ​ສະ​ຫງ່າ​ລາ​ສີ​ເພື່ອ​ພັກ​ແລະ​ປະ​ຊາ​ຊົນ, ແມ່ນ​ເສົາ​ຄ້ຳ​ທີ່​ເຂັ້ມ​ແຂງໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ປະ​ຕິ​ວັດ​ສີ​ແດງ ແລະກຽດ​ສັກ​ສີ​ຂອງ​ຊົນ​ຊາດ​ຈີນ​ ທັງເປັນ​ກຳ​ລັງ​ເຂັ້ມ​ແຂງໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ

;(7). ກົນ​ອຸ​ບາຍທຸກ​ຮູບ​ແບບທີ່​ຢາກ​ແບ່ງ​ແຍ​ກ​ ແ​ລະ​ເຮັດໃຫ້​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ເປັນ​ປໍ​ລະ​ປັກ​ກັນ​ນັ້ນ​ຈະ​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ເດັດ​ຂາດ:

1. ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​​ຈີນ​ທີ່ຫຼວງຫຼາຍ​ທີ່​ສຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ປະ​ຊາ​ຊົນ, ຮ່ວມ​ເປັນ​ຮ່ວມ​ຕາຍ​ກັບ​ປະ​ຊາ​ຊົນ, ບໍ່​ມີ​ຜົນ​ປະ​ໂຫຍດ​ພິ​ເສດ​ສ່ວນ​ຕົວ​ແຕ່​ຢ່າງ​ໃດ ແລະ​ບໍ່​ເຄີຍ​​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ຂອງ​ກຸ່ມຜົນ​ປະ​ໂຫຍດ​ໃດ,

2. ກຸ່ມ​ອິດ​ທິ​ກຳ​ລັງ​ໃດ ແລະ​ ຊັ້ນ​ຄົນ​ອຳ​ນາດ​ພິ​ເສດ​ໄດໆ ທີ່ນຳໃຊ້ກົນ​ອຸ​ບາຍ​ທຸກ​ຮູບ​ແບບທີ່​ຢາກ​ແບ່ງ​ແຍ​ກ​ ແ​ລະ​ເຮັດໃຫ້​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ເປັນ​ປໍ​ລະ​ປັກ​ກັນ​ນັ້ນ​ຈະ​ບໍ່​ໄດ້​​ປະ​ສົບ​ຜົນ​ສຳ​ເລັດ​ເດັດ​ຂາ

,3. ພັກ​ກອມ​ມູ​ນິດ​ຈີນ​ຕ້ອງ​ຍຶດ​ໝັ້ນຈຸດ​ປະ​ສົງ​ພື້ນ​ຖານ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ, ຍຶດ​ໝັ້ນ​ໃນຫຼັກ​ໝັ້ນປະ​ຊາ​ຊົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​​ຄົນຢ່າງ​ຮອດ​ດ້ານ ແລະ​ຊຸກ​ຍູ້​ການ​ສ້າງ​ຄວາມ​ຮັ່ງ​​ມີຮ່ວມ​ກັນ​ຂອງ​ທົ່ວ​ປວງ​ຊົນ​ໃຫ້​ມີ​ຄວາມ​ຄືບ​ໜ້າ​​ຕົວ​ຈິງ​ຢ່າງ​ເຫັນ​ໄດ້​ເດັ່ນ​ຊັດ​ກວ່າ​ເກົ່າ;

(8). ການແກ້​ໄຂ​ບັ​ນ​ຫາ​ໄຕ້​ຫວັນ​ແມ່ນ​ໜ້າ​ທີ່​ປະ​ຫວັດ​ສາດ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ:1. ການແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ ​ເພື່ອບັນ​ລຸ​​ເປົ້າ​ໝາຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບແມ່ນ​ໜ້າ​ທີ່​ປະ​ຫວັດ​ສາດ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.,

2. ຜູ້​ໃດ​ກໍ​ຕາມ​ຢ່າ​ປະ​ໝາດ​ການ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ, ຈິດ​ໃຈ​ອັນ​ເຂັ້ມ​ແຂງ​ ແລະ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ​​ຜືນ​ແຜ່ນ​ດິນ​​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຊາດ,

3. ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ທີ່ “ປະ​ເທດ​ດຽວ​ສອງ​ລະ​ບອບ”, “ໃຫ້​ຊາວ​ຮົງ​ກົງປົກ​ຄອງຮົງ​ກົງ”, “ໃຫ້​ຊາວມາ​ກາວ​ປົກ​ຄອງມາ​ກາວ” ແລະ ປົກ​ຄອງ​​ຕົນ​ເອງ​ໃນ​ລະ​ດັບ​ສູງຢ່າງ​ຮອບ​ດ້ານ ແລະ​ຖືກ​ຕ້ອງ

4. ຈັດ​ຕັ້ງ​ປະ​ຕິ​ບັດ​​ສິດ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງຮອບ​ດ້ານ​​​​ຂອງ​ສູນ​ກາງ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແລະ​ມາ​ກາວ,

5. ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ ແລະ​ກົນ​ໄກ​ປະ​ຕິ​ບັດ​ງານ​ກ່ຽວ​ກັບການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່ເຂດ​ບໍ​ລິ​ຫານ​ພິ​ເສດ, ຮັກ​ສາ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ ແລະ​ສະ​ຖຽນ​ລະ​ພາບອັນ​ຖາ​ວອນ​ຂອງ​ຮົງ​ກົງ ແລະ​ ມາ​ກາວ (CRI-FM93).

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.