Breaking News

ຕາອີຕົນ!ຊ້າງ2ຜົວເມຍລອຍຂ້າມທະເລໜີອອກຈາກມຽນມາໄປບັງກະລາເທດເພື່ອໜີການບຸກລຸກປ່າ

ຊ້າງໄດ້ລອຍທະເລໜີອອກຈາກປະເທດມຽນມາຂ້າມຊາຍຝັ່ງໄປຍັງບັງກະລາເທດເປັນເວລາ 4 ມື້ຕິດກັບຊາຍຝັ່ງທະເລ.

ຊ້າງໄດ້ໜີອອກຈາກປະເທດມຽນມາຂ້າມຊາຍຝັ່ງໄປຍັງບັງກະລາເທດເປັນເວລາ 4 ມື້ທີ່ຊ້າງຕິດຢູ່ທີ່ຊາຍຝັ່ງ, ເຊິ່ງມີຢູ່ 2 ໂຕ ຄື ໂຕຜູ້ ແລະ ໂຕແມ່ຄາດວ່າອາດຈະເປັນ2ຜົວເມຍ.

ຊ້າງສອງໂຕລອຍຂ້າມແມ່ນ້ຳ Naf, ກວ້າງ 3 ກິໂລແມັດ, ປາກຂອງອ່າວ Bengal ຢູ່ເບື້ອງມຽນມາ ແລະ ໄປຂຶ້ນຝັ່ງຢູ່ບັງກະລາເທດ,

ຄາດວ່າພວກມັນໃຊ້ເວລາຫຼາຍກວ່າ 20 ຊົ່ວໂມງທີ່ຕິດຢູ່ໃນນ້ຳ, ຫລັງຈາກຂຶ້ນຝັ່ງຕິດຢູ່ຊາຍຫາດທີ່ບໍ່ມີອາຫານ ແລ້ວມີຊາວບ້ານຢູ່ຝັ່ງລົບໜີ ເພາະຄົນໃນພຶ້ນທີ່ນັ້ນຍ້ານຊ້າງ ເພາະເຄີຍມີຊ້າງທຳຮ້າຍຄົນໃນພຶ້ນທີ່ດັ່ງນັ້ນຊ້າງໄດ້ຕັດສິນໃຈທີ່ຈະລອຍອອກໄປສູ່ທະເລໃນອ່າວ Bengal ອີກເທື່ອ ໜຶ່ງ ເພື່ອຊອກຫາບ່ອນລີ້ໄພ, ຍ້ອນຖືກໄລ່ ແລະ ຄົນຫລາຍພັນຄົນພາກັນໄປເບິ່ງຊ້າງ.

ໂຊກດີມີຊາວປະມົງໃຈດີ ຈື່ງໃຊ້ເຊືອກຄ້ອງຄໍຂອງຊ້າງໃນທະເລ ແລ້ວລາກເຂົ້າຝັ່ງໃນຂະນະທີ່ຊ້າງຕິດຢູ່ໃນທະເລ ແລະ ອ່ອນແຮງລົງ, ຊາວປະມົງໃຫ້ອາຫານຊ້າງ ເພາະຊ້າງຂາດອາຫານໃນຂະນະເດີນທາງ 4 ມື້..

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.