Breaking News

ໄຟໄໝ້ໂຮງໝໍ ປິ່ນປົວຜູ້ຕິດເຊື້ອ ຢູ່ອີຣັກ ເສຍຊີວິດ 80 ກວ່າຄົນ

ໄຟໄໝ້ໂຮງໝໍຢູ່ອີຣັກ ເສຍຊີວິດ 80 ກວ່າຄົນ

ຂປລ.ຕາມ​ຂ່າວ​ຈາກ​ ບັກ​ດາດ,ວັນ​ທີ25​ເມສາ​ນີ້,​ເກີດ​ເຫດ​ໄຟ​ໄໝ້ ​ໂຮງໝໍ​ ໃນ​ນະ​ຄອນ​ຫລວງ ບັກ​ດາດ ​ຂອງ​ອີຣັກ ​ເຮັດ​ໃຫ້​ ມີ​ຜູ້​ເສຍ​ຊີວິດ 82ຄົນ ​ແລະ ບາດ​ເຈັບ​ອີກ 110ຄົນ ​ແຕ່​ມີ​ແນວ​ໂນ້ມວ່າ ຜູ້​ເສຍ​ຊີວິດ​ອາດ ​ຈະ​ເພີ່ມ​ຈຳນວນຂຶ້ນ​ອີກ ​ເຊິ່ງ​ເປັນ​ໂຮງໝໍ​ ຮັບ​ການປິ່ນປົວ​ ຜູ້​ຕິດ​ເຊື້ອ​ ໂຄ​ວິດ-19.​

ໃນເບື້ອງຕົ້ນ ຄາດ​ວ່າ ສາ​ເຫດ ​ມາ​ຈາກ ​ຖັງ​ອົກ​ຊີ​ເຈນ ລະ​ເບີດ.ທັງ​ນີ້ ລະບົບ​ ພື້ນຖານ​ໂຄງ​ລ່າງ​ ດ້ານ​ສາທາລະນະ​ສຸກ ອີຣັກ​ ໄດ້​ຮັບ​ຜົນ​ກະທົບ ​ຢ່າງ​ໜັກ ຈາກ​ສົງຄາມ ​ແລະ ການບຸກລຸກ​ ຂອງ​ກຸ່ມໄອ​ເອສ ຍິ່ງ​ກວ່າ​ນັ້ນ ຍັງ​ຜະ​ເຊີນ​ກັບ ​ການ​ແຜ່​ລະບາດ ​ໂຄ​ວິ​ດ-19 ​ເຊິ່ງຈຳນວນ ​ຜູ້​ຕິດ​ເຊື້ອ ​ເພີ່ມ​ຂຶ້ນ ​

ແບບ​ທະວີຄູນ ​ເຮັດ​ໃຫ້​ ມີ​ຜູ້​ຕິດ​ເຊື້ອ ​ສະ​ສົມ 1ລ້ານ​ກວ່າ​ຄົນ ​ແລະ ​ເສຍ​ຊີວິດ 15.000 ກວ່າ​ຄົນ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.