Breaking News

ນະຄອນຫຼວງວຽງຈັນ ເປັນເວລາ 4 ມື້ແລ້ວ ບໍ່ມີກໍລະນີລະບາດໃນຊຸມຊົນ

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈໍາວັນທີ 3 ກໍລະກົດ 2021 ວ່າ: ວັນທີ 2 ກໍລະກົດ 2021 ທົ່ວປະເທດມີກໍລະນີຕິດເຊື້ອໃໝ່37 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 1 ຄົນ(ແຂວງຫຼວງນໍ້າທາ) ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາ ຈາກປະເທດໃກ້ຄຽງ ຈາກ ແຂວງສະຫວັນ ນະເຂດ 7 ຄົນ, ຈາປາສັກ 28 ຄົນ, ແລະ ຄາມ່ວນ 1 ຄົນ ເຮັດໃຫ້ຕົວເລກຕິດເຊື້ອສະສົມມີທັງໝົດ 2.213 ຄົນ.

ສໍາລັບສປປລາວເຮົາຮອດປັດຈຸບັນຕາມການລາຍງານຕົວເລກການຕິດເຊື້ອປະຈໍາວັນສະພາບການລະບາດພະຍາດໂຄວິດໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແມ່ນມີທ່າອຽງຫຼຸດລົງ. ມື້ນີ້ຖືວ່ານະຄອນຫຼວງວຽງຈັນ ບໍ່ມີຕິດຜູ້ຕິດເຊື້ອໃຫມ່ ແລະ ຮອດມື້ນີ້ແມ່ນບໍ່ມີລາຍງານຜູ້ຕິດ ເຊື້ອໃນຊຸມຊົນຕິດຕໍ່ກັນ ເປັນເວລາ 4 ມື້ ແລ້ວ.

ແຕ່ ສັງເກດວ່າ ມີຕົວເລກລາຍງານກໍລະນີນໍາເຂົ້າຈາກຕ່າງປະເທດເຂົ້າມາ ໃນປະເທດ ຈາກບັນດາແຂວງທີ່ມີດ່ານຊາຍແດນແມ່ມເພີ່ມຂຶ້ນເລີ່ມແຕ່ວັນທີ 24 ມີຖຸນາ 2021 ເປັນຕົ້ນມາ ( ມີຈາກ ຈາກນະຄອນຫຼວງວຽງຈັນ, ຄໍາມ່ວນ. ສະຫວັນນະເຂດ, ຈ ແລະ ຈໍາປາ ສັກ ) ສ່ວນແຂວງວຽຈັນນັ້ນ ໃນ 1 ອາທິດຜ່ານມາ ພາຍຫຼັງມີການຕິດເຊື້ອຈາກຜູ້ເດີນທາງ ໄປຈາກນະຄອນ ຫຼວງ ແມ່ນມີລາຍງານຜູ້ຕິດເຊື້ອໃນຊຸມຊົນຢູ່ແຂວງວຽງຈັນ ທຸກວັນ.

ໃນມື້ວານນີ້ ໄດ້ມີການຢັ້ງຢືນ ກວດພົບຜູ້ຕິດເຊື້ສາຍພັນ ເດວຕ້າ ເພີ່ມ 2 ຄົນຈາກບຸກຄົນທີ່ເດີນທາງເຂົ້າມາ ( ນະຄອນຫຼວງ 1 ເດີນທາງມາແຕ່ລັດເຊຍ, ແຂວງຄໍາມ່ວນ 1 ຄົນແຮງງານລາວມາແຕ່ໄທ ) ແລະ ສາຍພັນ ພັນກາປາ 1 ຄົນ ( ນະຄອນຫຼວງ ມາແຕ່ໂຄລົມເບຍ) ນັ້ນກໍຫມາຍຄວາມວ່າ ຮອດປັດຈຸ ບັນພະຍາດໂຄວິດ 19 ທີ່ລະບາດໃນ ສປປລາວມີ 4 ສາຍພັນຄື: ດັ້ງເດີມ,ອານຟາ, ເດວຕາແລະ ກາປາ.

ຈາກສະພາບການທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າ ສປປ ລາວ ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ :

-ການປະຕິບັດມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ 19 ທີ່ຄະນະສະເພາະກິດວາງອອກ ໃນສັງຄົມ ຍັງບໍ່ທັນເຂັ້ມງວດ ແລະ ເຄັ່ງຄັດເທົ່າທີ່ຄວນ, ( ການຊຸມແຊວ , ໄປມາຫາສູ່ ໃນກຸ່ມຍາດຕິພີ່ນ້ອງ ໂດຍບໍ່ປ້ອງກັນໂຕເອງ ຄືການຕິດເຊື້ອພະຍາດຈາກແຂວງໜຶ່ງໄປແຂວງໜຶ່ງ ແລະ ອື່ນໆ)

– ແຮງງານລາວທີ່ໄປເຮັດວຽກຕາງປະເທດປະສົບກັບສະພາບການວ່າງງານບໍ່ມີວຽກ ເຮັດງານທໍາ ຕ້ອງກັບຄືນປະເທດ (ມີຄວາມສ່ຽງສູງຫາກລັກລອບເຂົ້າມາ ແບບບໍ່ຖືກຕ້ອງ)

– ການຕິດເຊື້ອໃນຊຸມຊົນ ຢູ່ປະເທດອ້ອມຂ້າງຍັງສູງ ແລະເຊື້ອສາຍເຫດ ແມ່ນພະຍາດໂຄວິດສາຍພັນ ເດວຕາ ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນ ແຮງ ກວ່າເກົ່າ,ບາງປະເທດເພື່ອນບ້ານທີ່ມີການລາຍງານ ກໍລະນີຕິດເຊື້ອໃຫມ່ 5-6 ພັນ ຄົນຕໍ່ມື້, ມີລາຍງານຜູ້ເສຍຊີວິດໃຫມ່ ໃນແຕ່ລະມື້ ແລະມີສະພາບຄົນເຈັບລໍຖ້າຕຽງນອນຈໍານວນຫຼາຍ.

– ມີຜູ້ຕິດເຊື້ອ ສາຍພັນເດວຕາ ທີ່ມີການແຜ່ເຊື້ອໄວກວ່າສາຍພັນເກົ່າຫຼາຍເທົ່າເຂົ້າມາໃນປະເທດເຮົາ( ຖ້າບໍ່ມີການເຝົ້າລະວັງ ແລະຄຸ້ມຄອງກໍລະນີຕາມມາດຕະການຢ່າງເຂັ້ມງວດ ແມ່ນມີຄວາມສ່ຽງສູງ).

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.