4 ສູດກຳຈັດຫຍ້າ,ວັດຊະພືດ ທີປອດໄພບໍ່ມີສານຕົກຄ້າງ

ຫຍ້າແລະວັດຊະພືດຖືເປັນສັດຕູພືດຕົວເອກ ຂອງກະເສດ-ກະສີກຳກໍ່ວ່າໄດ້ ເພາະມັນຈະມັກຍາດນ້ຳແລະສານອາຫານໄປຈາກຕົ້ນພືດທີ່ເຮົາປູກແລະເຮັດໃຫ້ຫຼຸດການຈະເລີນເຕີບໂຕຂອງພືດ
ດັ່ງນັ້ນພວກເຮົາຈິ່ງຕ້ອງໃຊ້ຢາກຳຈັດຫຍ້າ ແຕ່ຢາກຳຈັດຫຍ້າທີ່ນິຍົມໃຊ້ນັ້ນ ມີສານກໍ່ໃຫ້ເກີດມະເຮັງແລະເປັນສານເຄມີທີ່ສົ່ງຜົນຕໍ່ຄົນແລະພືດຂອງເຮົາໄດ້ ວັນນີ້ຂໍສະເໜີ 4 ສູດ ຢາຂ້າຫຍ້າແບບປອດໄພ ບໍ່ມີສານເຄມີມາຝາກ


ວິທີປະສົມ : ຂັ້ນຕອນທຳອິດໃຫ້ນຳເອົາແຟັບໃສ່ໃນຂວດຂະໜາດ 500 ຊີຊີ ແລ້ວໃສ່ນ້ຳລົງໄປ ຈາກນັ້ນຂະເຍົ່າໃຫ້ແຟັບລະລາຍແລ້ວຕອງເອົາແຕ່ນ້ຳໄປໃຊ້ງານແລ້ວປະສົມກັບນ້ຳມັນ(ໄບໂອດີເຊວຫຼືກາຊວນ)ແລະນ້ຳມັນເຄື່ອງ ປະສົມໃຫ້ເຂົ້າກັນ

ຂໍ້ຄວນລະວັງ : ແຟັບຈະຕ້ອງບໍ່ຕົກຕະກອນ ສ່ວນປະສົມທັງໝົດຕ້ອງເຂົ້າກັນດີ ບໍ່ແຍກສ່ວນລະຫວ່າງນ້ຳກັບນ້ຳມັນ

ການນຳໃຊ້ : ໃຫ້ໃຊ້ນ້ຳຫົວເຊື້ອນີ້ປະສົມກັບນ້ຳໃນອັດຕາ 1.5-2.0ຊີຊີ ຕໍ່ນ້ຳ 1,000 ຊີຊີ ແລ້ວປະສົມໃຫ້ເຂົ້າກັນຈາກນັ້ນນຳໄປສີດພົ້ນຫຍ້າຄວນສີດກ່ອນແລະຫຼັງຝົນຕົກຍ່າງນ້ອຍ 4 ຊົ່ວໂມງ.








