Breaking News

ມື້ທີ່ 5 ແລ້ວ ທີ່ນະຄອນຫຼວງວຽງຈັນ ບໍ່ມີກໍລະນີການຕິດເຊື້ອໂຄວິດໃນຊຸມຊົນ

ມື້ທີ່ 5 ແລ້ວ ທີ່ນະຄອນຫຼວງວຽງຈັນ ບໍ່ມີກໍລະນີການຕິດເຊື້ອໂຄວິດໃນຊຸມຊົນ .

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄ ວິ ດ-19 ໄດ້ຖະແຫຼງຂ່າວ ປະຈໍາວັນທີ 05 ກໍລະກົດ 2021 ວ່າ: ວັນທີ 4 ກໍລະກົດ 2021 ຜ່ານ ທົ່ວປະເທດມີກໍລະນີຕິດເຊື້ອໃໝ່ 32 ຄົນ.

ໃນນີ້ ຕິດເຊື້ອໃນຊຸມຊົນ 3 ຄົນ. (ແຂວງ ວຽງຈັນ 2 ຄົນ) ແລະ ແຂວງ ສາລະວັນ 1 ຄົນ.ຕິດເຊື້ອໃນຜູ້ເດີນທາງເຂົ້າມາ ຈາກປະເທດໃກ້ຄຽງ ຈາກ ແຂວງສະຫວັນ ນະເຂດ 9 ຄົນ, ຈາປາສັກ 17 ຄົນ, ແລະ ຄໍາມ່ວນ 3 ຄົນ ເຮັດໃຫ້ຕົວເລກຕິດເຊື້ອສະສົມມີທັງໝົດ 2.244ຄົນ.

ສໍາລັບສປປລາວເຮົາຮອດປັດຈຸບັນຕາມການລາຍງານຕົວເລກການຕິດເຊື້ອປະຈໍາວັນສະພາບການລະບາດພະຍາດໂຄວິດໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແມ່ນມີທ່າອຽງຫຼຸດລົງ. ມື້ນີ້ຖືວ່ານະຄອນຫຼວງວຽງຈັນ ບໍ່ມີຕິດຜູ້ຕິດເຊື້ອໃຫມ່ ແລະ ຮອດມື້ນີ້ແມ່ນບໍ່ມີລາຍງານຜູ້ຕິດ ເຊື້ອໃນຊຸມຊົນຕິດຕໍ່ກັນ ເປັນເວລາ 4 ມື້ ແລ້ວ.

ຈາກສະພາບການທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າ ສປປ ລາວ ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ :-ການປະຕິບັດມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ 19 ທີ່ຄະນະສະເພາະກິດວາງອອກ ໃນສັງຄົມ ຍັງບໍ່ທັນເຂັ້ມງວດ ແລະ ເຄັ່ງຄັດເທົ່າທີ່ຄວນ, ( ການຊຸມແຊວ , ໄປມາຫາສູ່ ໃນກຸ່ມຍາດຕິພີ່ນ້ອງ ໂດຍບໍ່ປ້ອງກັນໂຕເອງ ຄືການຕິດເຊື້ອພະຍາດຈາກແຂວງໜຶ່ງໄປແຂວງໜຶ່ງ ແລະ ອື່ນໆ)

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.