ເກີດເຫດເສົ້າສະຫລົດໃຈ ເຮືອບິນກອງທັບຟີລິບປິນ ຕົກ .

ເຮືອບິນຂົນສົ່ງ ຂະໜາດກາງ C-130H ຂອງກອງທັບອາກາດຟິລິບປິນ ໄດ້ຕົກໃນເວລາປະມານ(11 ໂມງເຊົ້າ) ຂອງມື້ນີ້ (04 ກໍລະກົດ 2021).

ເຮືອບິນ C-130H“ Hercules” ໄດ້ບິນອອກຈາກຖານທັບອາກາດ Villamor ໃນ ນະຄອນຫຼວງ ມະນີລາ ປາຍທາງສູ່ Lumbia Airfield (RPML) ໃນ Cagayan de Oro ໃນຖ້ຽວບິນມີນາຍທະຫານ 92 ຄົນ,

ໃນນັ້ນມີນັກບິນກອງທັບອາກາດ 3 ຄົນ ແລະ ຈຸບິນ 5 ຄົນໃນຂະນະທີ່ອີກຄົນ ໜຶ່ງ ແມ່ນມາຈາກກອງພົນທີ 4 ຂອງກອງທັບຟີລິບປິນ.

