Breaking News

ຈົວນ້ອຍ ຍອດກະຕັນຍູ ແມ່ປ່ວຍ ນອນຕິດຕຽງ ດູແລແມ່ບໍ່ຫ່າງ ຂໍປະຕິຫານ ໃຫ້ປອດໄພ

ເລື່ອງ ຄືເລື່ອງເລົ່າວ່າ ຂໍອະນຸຍາດບັນດາທ່ານຜູ້ໃຈບຸນທັງຫລາຍເດີ, ໄດ້ເຫັນສະພາບ ແລະ ຮູ້ອາການແລ້ວອົດສົງສານບໍ່ໄດ້.ນ. ຕຽງກອນ ອາຍຸ 31 ປີ ຢູ່ບ້ານ ກະໂສມ ເມືອງສາມັກຄີໄຊ ແຂວງ ອັດຕະປື ປ່ວຍເປັນພະຍາດ ເບົາຫວານ, ຄໍກິນເລືອດ ແລະ ກະເພາະລໍາໃສ້ປິ່ນປົວມາຫລາຍປີ ມາຮອດປັດຈຸບັນອາການຊຸດໜັກ ເຂົ້າມາຫ້ອງມໍລະສຸມ ຕອນບ່າຍວັນທີ 2/07/2021

ຜົວຂອງ ນ. ຕຽງກອນ ທີ່ເຄີຍຢູ່ນໍາກັນ ກໍ່ໜີປະໄປທາງອື່ນ, ເງິນຄໍາ ແລະ ຊັບທີ່ມີກໍ່ໄດ້ຂາຍມາປິ່ນປົວຈົນໝົດ…ແຕ່ຍັງມີຄວາມໂຊກດີທີ່ມີ #ລູກຊາຍຄີງໆທີ່ແສນກະຕັນຍູທີ່ບວດເປັນເນນ(ຊື່ເນນ: ທິດປອນ ອາຍຸ 11 ປີ) ທີ່ຢູ່ຄຽງຂ້າງເບິ່ງອາການແມ່ຢ່າງບໍ່ຫ່າງ ທັງລົງໄປເອົາຢາ, ປ້ອນເຂົ້າ ປ້ອນນໍ້າ ແລະ ແທັກແຄເບິ່ງແມ່…,

ມື້ຄືນນີ້ແມ່ມີອາການຮາກຫລາຍເທື່ອ ລູກຊາຍເກືອບບໍ່ໄດ້ນອນໝົດຄືນ ຕື່ນເຊົ້າມາ ດ້ວຍຄວາມເປັນຫ່ວງແມ່ ຍັງຕ້ອງໄດ້ນັ່ງເຝົ້າອາການຂອງແມ່ຕື່ມອີກ. ສະພາບ ນ. ຕຽງກອນ ໃນປັດຈຸບັນນີ້ແມ່ນຫຍຸ້ງຍາກຫລາຍ ທ່ານໃດມີຢາດີຂໍໃຫ້ຊ່ວຍແນະນໍາແດ່ ຫລື ທ່ານໃດມີຈິດໃຈເມດຕາຢາກຊ່ວຍເຫລືອຄ່າຍຸກຢາ ກໍ່ມາທີ່ ຫ້ອງ ມໍລະສຸມ ໂຮງໝໍແຂວງອັດຕະປື ຫລືໂທຫາ ນ້ອງສາວຂອງລາວໄດ້ (ຊື່ ຈັນ) ເບີໂທ: 020 92206640 ສ່ວນເລກບັນຊີທະນາຄານ ແມ່ນບໍ່ມີ.#ເນນນ້ອຍກະຕັນຍູ

#ຄວາມຮັກຄວາມຜູກພັນຂອງແມ່ແລະລູກລາຍງານ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.