ວັນທີ 1 ກໍລະກົດ ປີ 2021 ຢູ່ທີ່ປະເທດໄທ ແຂວງພູເກັດ ໄດ້ເປີດຖ້ຽວບິນໃຫ້ນັກທ່ອງທ່ຽວຕ່າງຊາດ ເຂົ້າມາປະເທດໄດ້ ໂດຍບໍ່ຕ້ອງກັກໂຕ 14 ມື້, ເຊິ່ງເປັນໂຄງການທີ່ມີຊື່ວ່າ Phuket sandbox (ພູເກັດແຊນບ໋ອກ) ແມ່ນແຜນຟື້ນຟູການທ່ອງທ່ຽວໃນປະເທດ ທີ່ອະນຸຍາດໃຫ້ນັກເດີນທາງຕ່າງຊາດທີ່ໄດ້ຮັບວັກຊີນຄົບໂດສແລ້ວ ສາມາດເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກໂຕ.
ເຊິ່ງຖ້ຽວບິນທໍາອິດ ແມ່ນມີນັກທ່ອງທ່ຽວຈາກຫຼາກຫຼາຍປະເທດເຊັ່ນ ປະເທດອິດສະລະແອນ, ປະເທດສະຫະລັດເອມິເຣດ ແລະ ປະເທດກາຕາ. ມີຈໍານວນທັງໝົດ 249 ຄົນ.

ມາດຕະການແນວທາງປະຕິບັດຂອງນັກທ່ອງທ່ຽວກ່ອນເດີນທາງເຂົ້າມີຄື:ໃຫ້ຫຼີກລ່ຽງພື້ນທີ່ສ່ຽງ ຫຼື ສະຖານທີ່ຄົນເຕົ້າໂຮມຈໍານວນຫຼາຍ ຢ່າງໜ້ອຍ 14 ມື້.
ຜູ້ທີ່ເດີນທາງເຂົ້າປະເທດຈະຕ້ອງລົງທະບຽນຢູ່ທີ່ເວັບໄຊ້ທີ່ລາດຊະການກໍານົດ.
ໃຫ້ຄັດກອງອາການທາງເດີນຫາຍໃຈ ແລະ ກວດອຸນຫະພູມ ທີ່ທາງເຂົ້າ-ອອກລະຫວ່າງປະເທດ. ມາດຕະການເມື່ອເດີນທາງມາຮອດ
ກວດອາການ ແລະ ດໍາເນີນການກວດຄົນເຂົ້າເມືອງ.
ໃຫ້ໃຊ້ລະບົບຕິດຕາມ ຫຼື ຕິດຕັ້ງແອບພິເຄຊັ່ນຕາມທີ່ທາງລາດຊະການກໍານົດ ໂດຍໃຫ້ເປີດລະບົບຕິດຕາມໄວ້ຕະຫຼອດເວລາ.

ໃຫ້ເດີນທາງອອກຈາກສະໜາມບິນໄປສະຖານທີ່ພັກໂດຍຫ້າມແວ່ ຫຼື ຢຸດພັກບ່ອນອື່ນກ່ອນຮອດທີ່ພັກ.
ໃຫ້ມີການກວດຫາພະຍາດ ໂຄວິດ-19 ໂດຍວິທີ RT-PCR ຢູ່ສະຖານທີ່ທີ່ລາດຊະການກໍານົດໃຫ້ ໂດຍຜູ້ເດີນທາງຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເອງ.
ກໍລະນີຜູ້ເດີນທາງເຂົ້າມາໜ້ອຍກວ່າ 14 ມື້ ແມ່ນຫ້າມຜູ້ເດີນທາງອອກນອກພື້ນທີ່ແຂວງເດັດຂາດ ແລະ ເມື່ອຄົບກໍານົດມື້ ແມ່ນຜູ້ເດີນທາງຕ້ອງອອກຈາກປະເທດທັນທີ.
ທີ່ມາ: ລາວໂພສ