Breaking News

ບໍລິສັດເບຍລາວ ມອບເງິນຊ່ວຍຕ້ານການແຜ່ລະບາດຂອງໂຄວິ ດ-19 ລວມມູນຄ່າ 2.5 ຕື້ກວ່າກີບ.

ບໍລິສັດເບຍລາວ ມອບເງິນຊ່ວຍຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິ ດ-19 ໃຫ້ ແຕ່ລະແຂວງທົ່ວປະເທດ ລວມມູນຄ່າ 2.5 ຕື້ກວ່າກີບ.

ພິທີມອບໃຫ້ ນະຄອນຫວງວຽງຈັນ ຈັດຂື້ນທີ່ ຫ້ອງວ່າການນະຄອນຫລວງວຽງຈັນ ໃນວັນທີ 26 ເມສາ 2021 ຈຳນວນ 500ລ້ານກີບ

ຊື່ງມອບໂດຍ ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອຳນວຍການບໍລິສັດ ແລະ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ບໍລິສັດຈະສືບຕໍ່ມອບໃຫ້ແກ່ທຸກແຂວງທີ່ຍັງເຫລືອອີກ ແຂວງລະ 100ລ້ານກີບ ແຂວງຈຳນວນໜຶ່ງທາງພາກໃຕ້ແມ່ນມອບສຳເລັດແລ້ວ.

ໃນປີຜ່ານມາ ປີ 2020, ບໍລິສັດເບຍລາວກໍ່ໄດ້ເປັນບໍລິສັດທຳອິດທີ່ມອບເງິນຊ່ວຍລັດຖະບານ ຕ້ານການລະບາດຂອງພະຍາດໂຄວິດເປັນຈຳນວນເງິນເຖິງ 2ຕື້ກີບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.