Breaking News

ໄລຍະ​ 6-9​ ກໍລະກົດນີ້​ ແຈ້ງເຕືອນກຽມຮັບມືຝົນຕົກໜັກ

ໄລຍະ​ 6-9​ ກໍລະກົດນີ້​ ແຈ້ງເຕືອນກຽມຮັບມືຝົນຕົກໜັກ, ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຕາມບົດລາຍງານສະພາບອາກາດຂອງກົມອຸຕຸນິຍົມ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 – 11 ກໍລະກົດ 2021​ ມີຄຳເຕືອນເຝົ້າລະວັງສະພາບອາກາດຮ້າຍແຮງໄລຍະວັນທີ 6 – 9 ກໍລະກົດ 2021

ຕາມບົດລາຍງານສະພາບອາກາດຂອງກົມອຸຕຸນິຍົມ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 – 11 ກໍລະກົດ 2021​ ມີຄຳເຕືອນເຝົ້າລະວັງສະພາບອາກາດຮ້າຍແຮງໄລຍະວັນທີ 6 – 9 ກໍລະກົດ 2021

ເນື່ອງຈາກພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຜ່ານເກາະໄຮ່ໜຳ ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອ ຂອງ ສສ ຫວຽດນາມ ແລະ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ເພີ່ມກໍາລັງແຮງພັດປົກຄຸມທົ່ວທຸກພາກຂອງ ສປປ ລາວ,

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນໄດ້,

ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.