Breaking News

ເຮັດແນວໃດຈະກ້າພາລູກໄປໂຮງຮຽນຖ້າເປັນແບບນີ້

ສູນພັດທະນາເດັກແຫ່ງໜຶ່ງໃນຈັງຫວັດຂອນແກ່ນ ພົບເດັກຕິດເຊື້ອໂຄວິດລວມ 34 ລາຍ ແລະຄູອີກ 8 ກໍລະນີ ລວມຕິດເຊື້ອ 42 ກໍລະນີ ຍັງລໍຖ້າຜົນກວດອີກ 5 ຄົນ.

ເຊິ່ງຂໍ້ມູນເຜີຍວ່າ ໃນສູນແຫ່ງດັ່ງກ່າວທີ່ມີການຕິດເຊື້ອຈຳນວນຫຼວງຫຼາຍແມ່ນເກີດຈາກເດັກສອງປີທີ່ຄອບຄົວລາວ ຊຶ່ງແມ່ເຖົ້າຕິດເຊື້ອໃນຊຸມຊົນແລ້ວມາໃກ້ຊິດກັບແມ່ຂອງເດັກ ແລ້ວຕິດຕໍ່ໆກັນມາ.

ເຈົ້າໜ້າທີ່ສືບສວນເບື້ອງຕົ້ນຮູ້ວ່າ ຫຼັງຈາກໄດ້ເຊື້ອແມ່ເຖົ້າຂອງເດັກເລີ່ມມີອາການໄຂ້ ໄອ ມິຂີ້ກະເທີ້ ແພດເກັບຕົວຢ່າງໄປກວດແມ່ຕິດໂຄວິດ-19 ຈາກນັ້ນໄດ້ສົ່ງໄປໂຮງໝໍ ແລະມື້ຕໍ່ມາເລີ່ມມີອາການທີ່ປອດ ແພດກໍ່ສົ່ງຕໍ່ໄປຍັງໂຮງໝໍທີ່ຮັບປະກັນກວ່າ ບໍ່ພຽງເທົ່ານັ້ນ ຍັງພົບວ່າພໍ່ເຖົ້າ ແລະເດັກ 2 ປີໄດ້ໄປຢູ່ໃນສູນທີ່ວ່ານັ້ນ ເຮັດໃຫ້ແພດຕ້ອງຮີບຮ້ອນເຂົ້າສອບສວນພົບວ່າມີຜູ້ສຳຜັດໃກ້ຊິດທັງໝົດ 117 ຄົນ.

ສ່ວນເດັກສອງປີທີ່ເຂົ້າມາຢູ່ໃນສູນຫຼ້າສຸດແມ່ນມີອາການປວດບວມ ສຳລັບຊະນິດຂອງໄວຣັດບອກວ່າເປັນສາຍພັນທີ່ບໍ່ເຄີຍພົບໃນຈັງຫວັດດັ່ງກ່າວ.

ຕໍ່ເຫດການທີ່ເກີດຂຶ້ນເນື່ອງຈາກມີລູກຫຼານຄົນນ້ອຍຈຳນວນຫຼາຍ ໃນເບື້ອງຕົ້ນໄດ້ຈັດໂຮງໝໍພາກສະໜາມ ເພື່ອເບິ່ງແຍງຫຼານນ້ອຍ ແລະຄູທັງໝົດ ແຕ່ຍັງມີບັນຫາທີ່ວ່າເດັກລວມ 34 ຄົນທີ່ຕິດເຊື້ອແຕ່ບໍ່ມີແພດຊ່ຽວຊານເດັກເລີຍ ຖ້າຫາກອາການຂອງເດັກຮຸນແຮງຂຶ້ນມາຫ່ວງຈະສົ່ງໄປໂຮງໝໍໃຫຍ່ບໍທັນ ຈິ່ງໃຫ້ໄປຮັບເດັກນ້ອຍທັງໝົດໄປໂຮງໝໍຂອນແກ່ນ ໂດຍໃຫ້ບັນດາສາວຄູມ່ຕິດເຊື້ອນຳດູແລຕໍ່ ເພື່ອຫຼຸດການປົນເປື້ອນ ແລະຄາດວ່າຕ້ອງໃຊ້ເວລາຢ່າງໜ້ອຍ 14 ວັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.