ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຈາກເຫດການທີ່ມີກຸ່ມຄົນ ຈຳນວນໜຶ່ງ ເຂົ້າໄປຖ່າຍວິດີໂອສົດ ຜ່ານສື່ອອນລາຍ ໃນຂະນະທີ່ພະນັກງານແພດ-ໝໍ ກໍາລັງໃຫ້ບໍລິການວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ສູນການຄ້າສະຫວັນໄອເຕັກ ໃນຕອນເຊົ້າວັນທີ 5 ກໍລະກົດ 2021 ພ້ອມທັງບັນລະຍາຍໃນຮູບພາບ.

ຂອງຕົນເອງວ່າ ຮີບຟ້າວມາສັກເດີເພາະວັກຊິນມີພຽງແຕ່ 1.000 ໂດສ ແລະ ຈະໃຫ້ບໍລິການໃນມື້ດຽວເທົ່ານັ້ນ, ເຊິ່ງການໃຫ້ຂໍ້ມູນຂອງກຸ່ມຄົນດັ່ງກ່າວ ແມ່ນບໍ່ເປັນຄວາມຈິງ.ທ່ານ ດຣ ວົງສອນ ວົງພະຈັນ ຮອງຫົວໜ້າຂະແໜງອະນາໄມສົ່ງເສີມສຸຂະພາບ, ພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ອອກມາຊີ້ແຈງຕໍ່ກັບ.

ຂ່າວປອມດັ່ງກ່າວຢ່າງເປັນທາງການວ່າ: ການໃຫ້ບໍລິການວັກຊິນປ້ອງກັນພະຍາດໂຄວິດ-19 ພາຍໃນແຂວງສະຫວັນະເຂດ ໄດ້ເປີດບໍລິການປະຊາຊົນ ເລີ່ມແຕ່ວັນທີ 11 ມີນາ 2021 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ ແມ່ນເປັນຄັ້ງທີ 7 ແລ້ວ, ເຊິ່ງຈະໃຫ້ບໍລິການນັບແຕ່ວັນທີ 5-30 ກໍລະກົດ ໃນວັນລັດຖະການ (ວັນຈັນ-.

ວັນສຸກ ນັບແຕ່ເວລາ 8:30 ໂມງ-16:00 ໂມງ ທີ່ສູນການຄ້າສະຫວັນໄອເຕັກ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ເຊິ່ງການສັກວັກຊິນດັ່ງກ່າວໃນຄັ້ງນີ້ ແຂວງສະຫວັນນະເຂດ ໄດ້ຮັບວັກຊິນ ຊີໂນຟາມ ທັງໝົດ 30.000 ໂດສ ໂດຍຈະໃຫ້ບໍລິການໃນເຂັມທີ 1 ແລະ ເຂັມທີ 2, ບໍ່ແມ່ນ 1.000 ໂດສ ແລະ ບໍ່ແມ່ນໃຫ້ບໍລິໃນວັນດຽວຄືກັບຂ່າວລືດັ່ງກ່າວ). ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນຈົ່ງຢ່າໄດ້ແຕກຕື່ນກັບຂ່າວທີ່ບໍ່ມີມູນຄວາມຈິງ.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ.