ເຈົ້າອາດຈະເຄີຍສົງໄສ ແລະ ຕັ້ງຄຳຖາມວ່າ ເຮັດຫຍັງຄົນທີ່ເຂົາເຮັດວຽກຕຳແໜ່ງສູງເງິນເດືອນ 6-7 ຫຼັກ ແຕ່ເປັນຫຍັງເຂົາຈຶ່ງບໍ່ມີເງິນເກັບ ບາງຄົນທີ່ຮູ້ຈັກໃຊ້ເດືອນຊົນເດືອນ ເຂົາເອົາເງິນໄປເຮັດຫຍັງໝົດ ເງິນຫຼວງຫຼາຍຂະໜາດນັ້ນໃຊ້ທັງເດືອນໝົດເລີຍຫວາໃນມື້ນີ້ແລ້ວໄປມີບົດຄວາມໜື່ງທີ່ອ່ານແລ້ວຮູ້ສຶກວ່າມັນຕົງກັບຊີວິດຈິງຂອງຄົນໃນຍຸກປັດຈຸບັນກັບປະໂຫຍກທີ່ວ່າ“ເລີກຊະ ກ່ອນຈະສາຍຕໍ່ໃຫ້ມີເງິນເດືອນສູງແຕ່ຖ້າມີ 7 ນິໄສນີ້ກໍຈົນຢູ່ດີ”

1. ຢູ່ກັບປັດຈຸບັນ ແຕ່ບໍ່ເຄີຍເບິ່ງອະນາຄົດ ຄົນບາງຄົນໃນເວລາທີ່ເຈີປັນຫາຫຼາຍໆແຕ່ກໍປ່ອຍໃຫ້ຜ່ານໄປໂດຍບໍ່ທຳການແກ້ໄຂ ແລະ ສິ່ງນີ້ຄືສູດແຫ່ງຄວາມຫາຍານະມັນຈະຕິດເປັນນິໄສໄປໃນເລື່ອງຂອງການເງິນຂອງເຈົ້າ ໃນບາງທີ່ເຮົາຮູ້ສຶກວ່າຢາກໄດ້ຂອງສິ່ງນີ້ເຮົາກໍຊື້ໂດຍທີ່ບໍ່ຄິດ ພຽງແຕ່ວ່າຢາກໄດ້ ແລະ ຕ້ອງຊື້ຕອບສະໜອງຄວາມຕ້ອງການຂອງເຈົ້າ ແຕ່ເຈົ້າລືມໄປວ່າສະຖານະການເງິນຂອງເຈົ້ານັ້ນ ເປັນແນວໃດຫາກໃນອະນາຄົດເຈົ້າບໍ່ມີເງິນ ເຈົ້າຈະເຮັດແນວໃດ ເຈົ້າບໍ່ສາມາດຮູ້ໄດ້ເລີຍວ່າລາຍໄດ້ຂອງເຈົ້າໃນອະນາຄົດນັ້ນຈະດີແບບນີ້ຢູ່ຫຼືບໍ່
2. ອັບເກດ ອຸປະກອນຮອບກາຍຕະຫຼອດເວລາ ການຕາມແຟຊັ່ນບໍ່ວ່າຈະເປັນເສື້ອຜ້າໜ້າຜົມ ຂອງໃຊ້ ມືຖື ການຂັບລົດ ທຸກຄົນລ້ວນຕ້ອງການທີ່ຈະມີຄວາມທັນສະໄໝ ແລະ ຕາມແຟຊັ່ນຢູ່ສະເໝີ ໂດຍສິ່ງຂອງພວກນັ້ນຕ້ອງໃຊ້ເງິນເປັນປັດໄຈຫຼັກ ເຊິ່ງໃນເງິນເດືອນໜື່ງເຮົາຈະໝົດກັບສິ່ງພວກນີ້ ເກືອບຈະເຄິ່ງຂອງເງິນເດືອນເລີຍກໍວ່າໄດ້ຫາກເຈົ້າມີຄວາມຕ້ອງການແບບນີ້ເຈົ້າຈະບໍ່ມີເງິນເຫຼືອເກັບ ແລະ ຈະບໍ່ເຮັດໃຫ້ເຈົ້າລວຍຂຶ້ນມີແຄ່ເຮັດໃຫ້ຄົນຈົນລົງ ເມື່ອໄດ້ ອ່ານມາເຖິງບ່ອນນີ້ແລ້ວເຊື່ອວ່າຫຼາຍໆຄົນເປັນແບບຂໍ້ມູນ ຂ້າງຕົ້ນ ເມື່ອເຈົ້າໄດ້ອ່ານ ແລະ ຫາກເຈົ້າຕິດຕາມເຈົ້າຈະຮູ້ວ່າເດືອນເດືອນໜຶ່ງເຈົ້າມີເງິນເກັບເທົ່າໃດເຜີໆອາດຈະບໍ່ມີດ້ວຍຊໍ້າ ເລີກຊະກ່ອນທີ່ຈະສຍເກີນໄປຕໍ່ໃຫ້ເຈົ້າມີເງິນເດືອນມາກມາຍ ແຕ່ຖ້າຫາກມີ 7 ນີໄສເລົ່ານີ້ເຈົ້າກໍຈົນຢູ່ດີບໍ່ມີວັນລວຍຂຶ້ນຄວນເລີ່ມປັບປ່ຽນພຶດຕິກຳຮວມກັນຕັ້ງແຕ່ມື້ນີ້ແລະ ຫັນມາເກັບເງິນອອມເງິນຫຼາຍຂຶ້ນ ເພື່ອອະນາຄົດເພື່ອຄອບຄົວຂອງເຈົ້າ
3. ມີໜີ້ແຕ່ບໍ່ຮີບໃຊ້ ມີເງິນເດືອນຫຼາຍແຕ່ບໍ່ໃຊ້ໜີ້ ເຈົ້າເຄີຍລອງສັງເກດໃບຮັບເງິນຄ່າງວດຜ່ອນຫຼືບໍ່ວ່າຄ່າດອກເບ້ຍມັນແພງກວ່າເງິນຕົ້ນ(ໂດຍສະເພາະຢ່າງຍິ່ງຊ່ວງຕົ້ນໆຂອງການຜ່ອນ)ແທນທີ່ເຈົ້າມີເງິນຈະເອົາໄປໂປະແຕ່ເຈົ້າກໍປ່ອຍໃຫ້ດອກເບ້ຍມັນເກີດຂຶ້ນຫຼາຍເຜີໆຫຼາຍກວ່າເງິນຕົ້ນດ້ວຍຊໍ້າ ເຮົາຂໍແນະນຳວ່າຫາກເຈົ້າມີເງິນກ້ອນເມື່ອໃດ ໃຫ້ເອົາໄປຈ່າຍໜີ້ທີ່ດອກເບ້ຍສູງສຸດກອ່ນສະເໝີ ປິດໃຫ້ໄວທີ່ສຸດແມ້ວ່າຈະມີໂອກາດໃຫ້ເຈົ້າຜ່ອນໄດ້ດົນຊົ່ວຊີວິດກໍຕາມ(ທີ່ເປັນແບບນັ້ນກໍເພາະວ່າມັນຄືວິທີທຳມາຫາກິນຂອງທະນາຄານຫຼືເຈົ້າໜີ້ນັ້ນເອງ)
4. ຄິດວ່າມື້ນີ້ຍັງບໍ່ຕ້ອງຮີບອອມເງິນການມີເງິນຫຼາຍມີເງິນເດືອນສູງຫຼາຍຄົນມັກບໍ່ໄດ້ເບິ່ງໃນເລື່ອງຂອງການອອກເງິນເພາະຄິດວ່າແນວໃດເຮົາກໍມີເງິນໃຊ້ແຕ່ຫຼາຍຄົນມັກຄິດຜິດ ເຈົ້າຄວນທີ່ຈະເລີ່ມອອມເງິນເພື່ອມີເງິນໄວ້ໃຊ້ສະສົມໃນຊ່ວງທີີ່ກະສຽນເຈົ້າຄວນວາງແຜນ ແລະ ຕັ້ງເປົ້າໝາຍໃນຊີວິດເພື່ອຈະບໍ່ສ້າງພາລະໃຫ້ກັບລູກຫຼານອາອິເຊັ່ນ ການອອມເງິນກ້ອນທີ່ຈະລົງທຶນແລ້ວດອກເບ້ຍທີ່ເຮົາໄດ້ເຂົ້າຝາກທະນາຄານເອົາໄວ້ເທົ່າກັບເຮົາໄດ້ຂອງຟຣີແຕ່ເງິນຕົ້ນຂອງເຮົານັ້ນຍັງເທົ່າເດີມ
5. ພໍໄດ້ເງິນເພີ່ມ ກໍຫາພາລະມາໃສ່ຕົວໃນທັນທີ ເມື່ອເງິນເດືອນເພີ່ມຂຶ້ນ ການໃຊ້ຊີວິດ ສະໄຕຣການໃຊ້ຊີວິດເສື້ອຜ້າ ໜ້າຜົມ ຂອງໃຊ້ ກໍຢາກທີ່ຈະໄດ້ໃໝ່ໄດ້ຂອງແບນເນມທີ່ມີມູນຄ່າເຮັດໃຫ້ຄົນອື່ນເບິ່ງແລ້ວຮູ້ວ່າເຮົາໃຊ້ຂອງແພງຫຼືໃນບາງຄັ້ງທ້າຍປີໂບນັດອອກມີການປັບເງິນເດືອນກໍເອົາເງິນກ້ອນໄປດາວລົດຄັນແພງຫຼາຍຂຶ້ນເພື່ອໃຫ້ຄົນຮອບຂ້າງເຮົາຮູ້ວ່າຊີວິດຂອງເຮົານັ້ນມີຄວາມເປັນຢູ່ທີ່ດີມີເງິນມີທອງໃຊ້
6. ບໍ່ເຄີຍຈົດບັນທຶກເລື່ອງການໃຊ້ເງິນ ຄົນສ່ວນໃຫຍ່ແທບຈະບໍ່ເຄີຍໄດ້ຮູ້ວ່າໃນມື້ໜຶ່ງເດືອນໜຶ່ງເຮົາໃຊ້ເງິນໄປເທົ່າໃດ ໝົດເງິນໄປກັບຫຍັງແດ່ ເພາະບໍ່ເຄີຍໄດ້ຈົດບັນທຶກລາຍຮັບລາຍຈ່າຍ ໃນການຈົດບັນທຶກລາຍຮັບລາຍຈ່າຍນັ້ນເປັນສິ່ງທີ່ດີຫຼາຍຂອງທຸກຄົນໂດຍສະເພາະມະນຸດເງິນເດືອນເຮັດໃຫ້ເຮົາສາມາດຮູ້ວ່າເຮົາໄດ້ເງິນມາ ແລະ ເຮົາໃຊ້ເງິນໄປເທົ່າໃດ ມີເງິນເກັບເຫຼືອເທົ່າໃດເຮັດໃຫ້ເຮົາຮູ້ຈັກການວາງແຜນການອອມເງິນຂອງອະນາຄົດໄດ້ດ້ວຍຫຼາຍຄົນລະເລີຍໃນເລື່ອງນີ້ຈຶ່ງເຮັດໃຫ້ບໍ່ມີເງິນເກັບບໍ່ມີເງິນກ້ອນຜົນສຸດທ້າຍຄື“ເງິນໄປໃສໝົດ” ແຕ່ກໍຕອບບໍ່ໄດ້ແລ້ວຈະປະຫຍັດບ່ອນໃດດີ ກໍຕອບບໍ່ໄດ້ເຊັ່ນກັນ


7. ແຍກແຍະບໍ່ອອກວ່າອັນໃດຈຳເປັນ ອັນໃດພຽງແຕ່ຢາກແຖມຍັງບໍ່ມີເປົ້າໝາຍທາງການເງິນຄວາມຢາກໄດ້ຢາກມີຄວາມທະເຍີທະຍານຢາກມີສິ່ງຂອງແພງໆມະນຸດສ່ວນໃຫຍ່ມັກຕ້ອງການແບບນີ້ ແຕ່ກໍບໍ່ສາມາດແຍກໄດ້ວ່າເປັນຄວາມຢາກຫຼືເປັນຄວາມຈຳເປັນຍົກຕົວຢ່າງໃຫ້ເຫັນງ່າຍໆເຊັ່ນການປ່ຽນໂທລະສັບເມື່ອມີມືຖືລຸ່ນໃໝ່ອອກມາກໍຄິດແຕ່ວ່າຈະຕ້ອງປ່ຽນ ເພື່ອຄວາມທັນສະໄໝເພື່ອການຖືທີ່ບໍ່ອາຍໃຜ ເຈົ້າພຽງແຕ່ຄິດໄປເອງມັນເປັນການອວດ ອ້າງໂດຍທີ່ບໍ່ຈຳເປັນ