ປະຕິເສດບໍ່ໄດ້ວ່າ ການມີລູກນ້ອວທີ່ດີນັ້ນເປັນປັດໃຈສຳຄັນທີ່ເຮັດໃຫ້ທຸລະກິດ, ອົງກອນ ຫຼື ແມ່ນຫຍັງກໍຕາມແຕ່ ຈະເລີນເຕີບໂຕ ແລະ ປະສົບຜົນສຊາເລັດ ລູກນ້ອງເປັນບຸຄະລາກອນທີ່ສຳຄັນຫຼາຍ
ເຊິ່ງຖ້າໃຜທີ່ເປັນຫົວໜ້າ ຫຼື ມີລູກນ້ອງຢູ່ ການມີລູກນ້ອງທີ່ມີຄຸນສົມບັດຕາມນີ້ ຂໍໃຫ້ເຈົ້າຮັກສາໄວ້ໃຫ້ດີງ ເພາະເຂົ້ສຈະຊ່ວຍໃຫ້ທຸລະກິດຕ່າງໆຂອງເຮົາປະສົບຜົນສຳເລັດໄດ້ງ່າຍຂຶ້ນ

2 ມີຄວາມຮັບພິດຊອບ ຂໍ້ນີ້ສຳຄັນເພາະເຂົາຈະຮູ້ໜ້າທີ່ ກຳນົດ ແລະ ວາງແຜນ ອັນໃດເປັນອັນໃດ ຕ້ອງເຮັດຫຍັງແນ່ກ່ອນຫຼືຫຼັງ ວຽກກໍຈະສຳເລັດຕາມເປົ້າ ຄືຕ້ອງເຮັດໜ້າທີ່ຕົນເອງອອກມາດີ ແລະ ທ່ວງທັນເວລາສະເໝີ
3 ເຊື່ອໝັ້ນຕົນເອງ ຖ້າຫາກລູກນ້ອງຂາດຄວາມໝັ້ນໃຈໃນຕົນເອງ ເຈົ້ານາຍຢ່າງເຮົາຈະໝ່ນໃຈລູກນ້ອງໄດ້ແນວໃດ ແຕ່ມັນກໍມີເສັ້ນບາງໆຂັ້ນລະວ່າງອວດເກັ່ງ ກັບໝັ້ນໃຈ ເຊິ່ງຄົນທົ່ວໄປກໍແຍກອອກ ຄົນທີ່ໜັ້ນໃຈ ຄືຄິດຫາ ສະແດງອອກເວົ້າອອກໄປດ້ວຍຄວາມໆໝັ້ນໃຈໃນສິ່ງທີ່ຕົນເຮັດ ແລະເວົ້າ ແຕ່ກໍຈະຍອມຮັບຄຳຕຳນິຕິຊົມ ແລະ ປ່ຽນແປງໄປຕາມຄຳແນະນຳທີ່ດີຂຶ້ນ ່າງກັບຄົນທີ່ມີ ອີໂກ້ສູງ ຫຼື ອວດເກັ່ງ ຄືຈະບໍ່ຟັງໃຜເລີຍ

4 ມີຄວາມຄິດສ້າງສັນ ຂໍ້ນີ້ກໍດີ ບໍ່າເປັນຕ້ອງເຮັດໜ້າທີ່ ຄຣີເອທີບ ກໍສາມາດເປັນໄດ້ທຸກຄົນ ແລະ ທຸກຕຳແໜ່ງໃນການມີຄວາມຄິດທີ່ສ້າງສັນ ສະເໜແນະນຳສິ່ງດີໆ ໃໝ່ໆທີ່ເປັນປະໂຫຍດ ແລະ ແນວທາງດີໆໃຫ້ກັບອົງກອນສະເໝີ
5 ພະລັງບວກ ເປັນຄົນທີ່ມີພະລັງບວກ ບໍ່ວ່າຈະມີບັນຫາຫຍັງກໍແກ້ໄຂ ພະຍາຍາມຂ້າມຜ່ານ ປັບປຸງໃຫ້ດີສະເໝີ ທັດສະນະຄະຕິແບບນີ້ສ້າງໄດ້ ແລະ ຈຳເປັນຕ້ອງມີເພື່ອຄວາມສຸກຂອງຄົນອ້ອມຂ່າງ ອົງກອນ ແລະ ໂຕພະນັກງານເອງ ເມື່ອມີຄວາມສຸກກັບວຽກງານທີ່ເຮັດ ທຸກຢ່າງກໍອອກມາດີ

ມີແບບນີ້ແລວ ກໍຮັກສາໄວ້ໃຫ້ດີໆເດີ້