Breaking News

ແຈ້ງເຕືອນ​ 18​ ແຂວງ​ ກຽມຮັບມືຝົນຕົກໜັກ​ ໃນລະຫວ່າງວັນທີ 6 ຫາ 9 ກໍລະກົດນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ​ ອອກແຈ້ງການເຕືອນຝົນຕົກໜັກໃນວັນທີ 06 ຫາ 09 ກໍລະກົດ 2021​ ສະບັບທີ່ 1​ ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ ປ່ອງໃສ່ ພາຍຸດີເປຼຊັນ ທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ຫາ ຕອນເທິງ ແລະ ມີຄວາມເປັນໄປໄດ້ທີ່ຈະຜ່ານພາກເໜືອ ຂອງ ສສ ຫວຽດນາມ.

ຊຶ່ງຈະເຮັດໃຫ້ປະເທດລາວມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກາງ ແລະ ພາກໃຕ້ ໃນໄລຍະວັນທີ 06 ຫາ 09 ກໍລະກົດ​ 2021 ນີ້

ແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື

ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໃນໄລຍະ 1 – 3 ວັນຕໍ່ໜ້ານີ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ​ ອຸທົກກະສາດ ຢ່າງຕໍ່ເນື່ອງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.