Breaking News

ຂະແໜງອຸດສາຫະກໍາຕັດຫຍິບຕ້ອງການແຮງງານຫລາຍກວ່າ 10.000 ຄົນ

ທ່ານ ໄຊບັນດິດ ຣາຊະພົນ, ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໃຫ້ສໍາພາດວ່າ: ຈຳນວນແຮງງານທີ່ຕ້ອງການທັງໝົດນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຢູ່ເຂດເສດຖະກິດພິເສດຫລາຍກວ່າໝູ່ ເພາະເປັນໂຮງງານຂະໜາດໃຫຍ່ທີ່ມີຄວາມຕ້ອງການແຮງງານເປັນຈໍານວນຫລາຍ,

ນອກຈາກນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຕ່າງໆ ໃນນະ ຄອນຫລວງວຽງຈັນ ຕາມຄວາມຕ້ອງການຕົວຈິງ ໂດຍເປີດຮັບທັງຜູ້ມີປະສົບການ ແລະ ບໍ່ມີປະສົບການໃນການຕັດຫຍິບມາກ່ອນ ເພາະມີຫລາຍຕໍາແໜ່ງງານ, ແຕ່ມີເງື່ອນໄຂວ່າທຸກຄົນຕ້ອງໄດ້ຜ່ານການກວດກາສຸຂະ ພາບ ໂດຍສະເພາະກວດຫາເຊື້ອພະຍາດ ໂ ຄ ວິ ດ ແລະ ຕ້ອງສັກວັກຊີນປ້ອງກັນພະຍາດດັ່ງກ່າວຄົບກ່ອນ.

ຜູ້ທີ່ມີຄວາມສົນໃຈສະໝັກງານ ສາມາດຕິດຕໍ່ຫາຫ້ອງການແຮງງານ ແລະ ສະຫວັດດີການເມືອງ ຫລື ພະ ແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງທີ່ຕົນອາໃສຢູ່ ເພື່ອເປັນໃຈກາງປະສານງານຕ່າງໆ ກັບພາກສ່ວນກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ຫລື ສາມາດຕິດຕໍ່ຫາສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ໂດຍກົງ.

ທ່ານ ໄຊບັນດິດ ຣາຊະພົນ ໃຫ້ຮູ້ຕື່ມວ່າ: ສະມາຄົມອຸດສາຫະກຳຕັດຫຍິບລາວ ຈະຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງວຽງ ຈັນ ເພື່ອຈັດບ່ອນພັກເຊົາໃຫ້ບັນດາແຮງງານຈາກຕ່າງແຂວງທີ່ເດີນທາງເຂົ້າມາສະໝັກງານຢູ່ຈຸດໃດໜຶ່ງ,

ຫລັງຈາກນັ້ນ ຈະໃຫ້ຜູ້ປະກອບການໂຮງ ງານຕັດຫຍິບໄປສໍາພາດເອົາແຮງງານດ້ວຍຕົນເອງຕາມຄວາມຕ້ອງການຕົວຈິງໃນແຕ່ລະຕໍາແໜ່ງງານທີ່ຕ້ອງການ, ທັ້ງນີ້ ເພື່ອແນໃສ່ເຮັດໃຫ້ບັນ ດາຜູ້ປະກອບການຕັດຫຍິບສາມາດດໍາເນີນກິດຈະການໄດ້ຕໍ່ໄປ ພາຍໃຕ້ມາດຕະການປ້ອງກັນພະຍາດ ໂ ຄ ວິ ດ ໃນໂຮງງານຂອງຕົນຕາມທີ່ລັດ ຖະບານວາງອອກຢ່າງເຂັ້ມງວດ.

ໂດຍ: ບຸນຕຽງ ຈັນທະວົງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.