ເຊິ່ງແນ່ນອນວ່າມຸມມອງແຕ່ລະຢ່າງນັ້ນ ມັນກໍ່ເປັນສິດສ່ວນບຸກຄົນ ແລະ ບໍ່ມີໃຜຜິດໃຜຖືກ ບໍ່ມີສິ່ງໃດມາຕັດສິນຄວາມຄິດເຫັນຂອງເຮົາໄດ້.ແຕ່ມື້ນີ້ແອັດມິນສຶກສາ-ໄອທີໄດ້ຕົວຢ່າງຂອງຄົນເບິ່ງເຫັນຂໍ້ດີຂອງການມີຄູ່ຊີວິດ ໂດຍສະເພາະຂໍ້ດີຂອງການມີເມຍ ມີຜູ້ເຂົ້າມາເບິ່ງແຍງດູແລແທນພໍ່ແມ່ຄອບຄົວເຮົາ.

ເວົ້າເລື່ອງການໃຊ້ຊີວິດຄູ່, ຄວາມຮັກ, ຄວາມສໍາພັນ ຕ່າງຄົນຕ່າງມຸມມອງ ຕ່າງແນວຄິດ ບາງຄົນກໍ່ບອກວ່າຊີວິດໂສດແມ່ນດີ ການມີຄູ່ຄືການສ້າງພັນທະໃຫ້ຕົນເອງ ແຕ່ບາງຄົນກໍ່ເບິ່ງວ່າການມີຄູ່ເປັນເລື່ອງດີ ເພາະມັນຄືການມີຄູ່ຄິດຄູ່ຫາພາສ້າງ ໃຫ້ຄວາມສຸກເຊິ່ງກັນແລະກັນ.

ໂດຍຜູ້ໃຊ້ເຟສບຸກຊື່ Nick Metallic Dokkhaithong ເຊິ່ງເພິ່ນໄດ້ໂພສເວົ້າເຖິງເມຍໄວ້ວ່າ: ເມຍບໍ່ແມ່ນພີ່ນ້ອງ, ເມຍເປັນຄົນທີ່ເຂົ້າມາດູແລເຮົາຕໍ່ຈາກພໍ່ແມ່ຂອງເຮົາ, ເມຍຕ້ອງແຍກຈາກຄອບຄົວທີ່ຮັກເພື່ອມາຢູ່ນໍາເຮົາ, ເມຍເປັນຄົນທີ່ເຮັດທຸກຢ່າງເພື່ອເຮົາ, ເຮົາເປັນຜູ້ຊາຍກໍ່ຈະເຮັດຫນ້າທີ່ໃຫ້ດີທີ່ສຸດຕໍ່ ”ເມຍ”.

ເອີ້ນໄດ້ວ່າເປັນພາບ ແລະ ຂໍ້ຄວາມທີ່ບໍ່ໄດ້ຫຼູຫຼາຫຍັງຫຼາຍ ແຕ່ສະແດງໃຫ້ເຫັນເລີຍວ່າຄວາມຮັກຂອງທັງສອງທີ່ມີຕໍ່ກັນນັ້ນບໍ່ສາມາດອະທິບາຍອອກມາເປັນຄໍາເວົ້າໄດ້, ຕ່າງຝ່າຍຕ່າງຊ່ວຍເຫຼືອ, ຕ່າງຝ່າຍຕ່າງດູແລ ແລະ ໃຫ້ຄວາມສໍາຄັນຕໍ່ກັນສະເໝີ.
