Breaking News

ປະທານປະເທດ ຕ້ອນຮັບ ລັດຖະມົນຕີ ຕ່າງປະເທດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ລັດຖະມົນຕີຕ່າງປະເທດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ.

ຂປລ. ໃນວັນທີ 7 ກໍລະກົດ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະ ພັນ ຣັດເຊຍ ໃນໂອກາດທີ່ທ່ານນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 6-7 ກໍລະກົດ 2021

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເຊຣເກ ລາວະຣົບ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນນິມິດໝາຍອັນດີ ແລະ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ຍາວນານ ລະຫວ່າງສອງປະເທດ ໃຫ້ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ.

ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ເພື່ອພົບປະປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດ ແນໃສ່ເພີ່ມທະວີຊຸກຍູ້ການພົວ ພັນສອງຝ່າຍໃນຂົງເຂດຕ່າງໆ, ພ້ອມທັງ ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.