ພາກພູມໃຈ “ບ່າຍວັນນີ້ 26 ເມສາ 2021, ທ່ານ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດເປັນສັກຂີພິຍານໃນການມອບຮັບງົບປະມານຈັດຊື້ຢາວັກຊິນ COVID-19 ເພື່ອສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ.”

(1) ບໍລິສັດຈະເລີນເຊກອງພະລັງງານຈຳກັດ ປະກອບສ່ວນຊື້ວັກຊິນປ້ອງກັນພະຍາດ COVID-19 ເພື່ອໃຫ້ບັນດາຄູອາຈານ ກະຊວງສຶກສາທິການ ແລະ ກິລາ, ຈຳນວນ 80,000 ໂດສ ລວມມູນຄ່າ 2,000,000.- US$;

(2) ບໍລິສັດພອນສັກກຣຸບຈຳກັດ ປະກອບສ່ວນຊື້ວັກຊິນປ້ອງກັນພະຍາດ COVID-19 ເພື່ອໃຫ້ບັນດາຄູອາຈານ ກະຊວງສຶກສາທິການ ແລະ ກິລາ, ຈຳນວນ 20,000 ໂດສ ລວມມູນຄ່າ 500,000.- US$.

(ພາກສ່ວນອື່ນໆກະມີສ່ວນຮ່ວມບໍລິຈາກພ້ອມດຽວກັນມື້ນີ້ ຍ້ອນວ່າບໍມີຮູບພາບ ລາຍລະອຽດ ແລະ ເປັນຂະແໜງການອື່ນໆ ນອກຈາກຂະແໜງສຶກສາທິການ ແລະ ກິລາ).
