ແຈ້ງການ : ເຖິງຄູ,ພະນັກງານ ແລະ ນັກຮຽນ-ນັກສຶກສາທຸກທ່ານເລື່ອງ: ເປີດການຮຽນ-ການສອນ ສຳລັບນັກສຶກສາປີສຸດທ້າຍທຸກສາຂາວິຊາ ມີດັ່ງລຸ້ມນີ້້

+ ວິທະຍາໄລ ເຕັກນິກລາວ-ເຢຍລະມັນ ຂໍແຈ້ງມາຍັງຄູ-ອາຈານ, ພະນັກງານ ແລະ ນັກຮຽນ-ນັກສຶກສາ ປີສຸດທ້າຍ ທຸກທ່ານຊາບວ່າ: ວິທະຍາໄລຈະໄດ້ເປີດການຮຽນ-ການສອນ ແບບຝຶກເຂັ້ມສຳລັບນັກສຶກສາປີສຸດທ້າຍ ເລີ່ມແຕ່ວັນທີ 12 ກໍລະກົດ 2021ເປັນຕົ້ນໄປ.

ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ນັກສຶກສາວັດແທກອຸນຫະພູມ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍສະບູ ຫລື ເຈວຂ້າເຊື້ອທຸກໆຄັ້ງ.


