ຫ້າມສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າພະແນກຕຳຫຼວດເສດຖະກິດ ຂື້ນກັບຫ້ອງຕຳຫລວດ ປກສ ນະຄອນຫຼວງວຽງຈັນ ສົມທົບກັບພະແນກອຸດສາຫະກຳການຄ້ານະຄອນຫຼວງວຽງຈັນ ສືບຕໍ່ລົງຕະຫລາດ ແລະ ສູນການຄ້າ ເພື່ອກວດກາ, ສືກສາອົບຮົມ ແລະ ເຮັດສັນຍາປ້ອງກັນການສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ.

ການເປີດ-ປິດ ຮ້ານຄ້າບໍ່ຖືກຕ້ອງຕາມແຈ້ງການ,ຕິດພັນກັບການໃຫ້ຄວາມຮູ້ວິທີປ້ອງກັນການຜະລະບາດພະຍາດໂຄວິດ 19 ພາຍໃນຂອບເຂດເມືອງຈັນທະບູລີ, ເມືອງສີສັດຕະນາກ,ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງລວມ 17 ຈຸດ, ໃນນີ້ ເຂດເມືອງຈັນທະບູລີ ມີຈຸດຕະຫລາດໂພນສະວ່າງ, ຕະຫລາດທົ່ງຂັນຄຳ,ຕະຫລາດໂພນຕ້ອງຈອມມະນີ ແລະ ຕະຫລາດຫ້ວຍຫົງ, ເຂດເມືອງສີສັດຕະນາກ
ມີຮ້ານເຄມາດເກົາຫລີ,ສຸນການຄ້າພາກຊັນ, ສູນການຄ້າໂລກວຽງຈັນໃໝ່, ,ຮ້ານດີມາດດົງປ່າລານ ແລະ ບໍລິສັດລາວອາຊຽນ, ເມືອງສີໂຄດຕະບອງມີຈຸດ ຕະຫລາດອົດຊີ, ຕະຫລາດໜອງໜ້ຽວ,ຕະຫລາດໝາກໄມ້ນາແຮ່, ຕະຫລາດໜອງດ້ວງ, ເມືອງໄຊເສດຖາ ມີຈຸດຕະຫລາດໄຮຄຳ, ຕະຫລາດໂນນຄໍ້, ຕະຫລາດຜັກປອດສານຜິດສູນໄອເຕັກ.
ເພື່ອຮັບປະກັນບໍ່ໃຫ້ຊາວຄ້າສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ, ການເປີດ-ປິດຮ້ານບໍ່ຖືກຕ້ອງຕາມແຈ້ງການ ແລະ ຮູ້ວິທີປ້ອງກັນການຜະລະບາດພະຍາດໂຄວິດ 19 ກຳລັງແຜ່ລະບາດ, ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ

ຂໍຄວາມຮ່ວມມືມາຍັງຫົວໜ່ວຍທຸລະກິດ ຫ້າງຮ້ານ ແລະ ຊາວຄ້າຂາຍ ທີ່ໃຫ້ບໍລິ ການ ມີຄົນຫຼາຍ, ຂໍໃຫ້ມີສະຕິຕື່ນຕົວເປັນເຈົ້າການ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງເລກທີ 15 / ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນເພື່ອຕ້ານການລະບາດໂຄວິດ 19.