Breaking News

ອີກແລ້ວ! ຫຼາຍບ້ານທີ່ເມືອງເງິນຖືກນ້ຳຖ້ວມ ຄັ້ງທີ 2 ສູ້ໆເດີພີ່ນ້ອງເມືອງເງິນ

ວັນທີ 8 ກໍລະກົດ 2021 ນີ້ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ມາຮອດເວລາ 7:30 ນາທີ ໄດ້ເຮັດໃຫ້ແມ່ນໍ້າຍາງ ແມ່ນໍ້າເງິນ ບວກກັບນໍ້າປ່າໄຫຼສຸເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນ ແລະ ບ້ານເຮືອນປະຊາຊົນ ຈຳນວນຫຼາຍບ້ານ.

ຈາກນັ້ນຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ,ໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຄວາມຊ່ວຍເຫຼືອປະຊາຊົນ ທີ່ຢູ່ຕາມແຄມແມ່ນໍ້າຍາງ, ແມ່ນໍ້າເງິນ ໃນການຂົນເຄື່ອງ ຍ້າຍຂອງ ແລະ ສັດລ້ຽງຂອງປະຊາຊົນ ອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພແລ້ວ,

ປະຈຸບັນນໍ້າໄດ້ບົກແຫ້ງລົງແລ້ວ ທາງອົງການປົກຄອງເມືອງ ເຊີ່ງນຳໂດຍ ທ່ານທະວິສັກ ໄຊຍະວົງ ເຈົ້າເມືອງ-ເມືອງເງິນ ພ້ອມດ້ວຍຄະນະກຳມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ລົງໄປເບິ່ງພື້ນທີ່ໆຖືກຜົນກະທົບໄພທຳມະຊາດ ນໍ້າຖ້ວມ ບ້ານເຮືອນປະຊາຊົນ ແລະ ທົ່ງນາຈຳນວນໜຶ່ງ

ພ້ອມທັງແນະນຳໃຫ້ຄະນະກຳມະການຕ້ານ ແລະ ສະກັດກັ້ນ ໄພພິບັດຂັ້ນເມືອງ ສົມທົບກັບອົງການປົກຄອງບ້ານ ລົງເກັບກຳຂໍ້ມູນເບື້ອງຕົ້ນ, ສ່ວນມູນຄ່າການເສຍຫາຍຈະແຈ້ງໃຫ້ຊາບຕາມພາຍຫຼັງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.