Breaking News

ວອນ ແຮງງານລາວ ຈະກັບຄືນປະເທດ ໃຫ້ມາແບບຖືກກົດໝາຍ ເພື່ອຫຼຸດຄວາມສ່ຽງເອົາເຊື້ອມາແຜ່ໃນ ປະເທດ

ໃນວັນທີ 8 ກໍລະກົດ ປີ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ຮຽກຮ້ອງມາຍັງ ປະຊາຊົນຊາວລາວທຸກຄົນ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານຫາກຈະກັບຄືນປະເທດກໍ່ຂໍໃຫ້ ດຳເນີນຂັ້ນຕອນເຂົ້າມາຕາມລະບຽບຫຼັກການ ເຂົ້າມາຕາມຊ່ອງທາງທີ່ຖືກຕ້ອງເພື່ອຈະໄດ້ ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ໂຄວິດ -19 ແລະຈຳກັດ

ບໍລິເວນຕາມຂັ້ນຕອນຂອງ ມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອເປັນການປ້ອງກັນ ແລະ ຮັບປະກັນວ່າການທີ່ທ່ານກັບມາບ້ານເກີດເມືອງນອນ ເພື່ອມາຫາ ພໍ່ແມ່ ອ້າຍເອື້ອຍນ້ອງ ແລະ ທຸກຄົນທີ່ມີການພົວພັນກັບທ່ານນັ້ນ ຈະບໍ່ເປັນການນຳເຊື້ອພະຍາດມາຕິດຕໍ່ໃສ່ຄອບຄົວ ແລະຄົນທີ່ທ່ານຮັກນອກຈາກສະພາບການຕິດເຊື້ອໃນແຮງງານ ເດີນທາງເຂົ້າມາ ແລ້ວ ປະເທດເຮົາ ກໍ່ຍັງມີການຕິດເຊື້ອໃນຊຸມຊົນ ຄືຢູ່ ແຂວງວຽງຈັນ ຍັງສືບຕໍ່ມີລາຍງານ ຕົວເລກການຕິດເຊື້ອໃນຊຸມຊົນ ໃນກຸ່ມເກົາ ທີ່ມີການຕິດເຊື້ອຈາກນະຄອນຫຼວງ ເລີ້ມແຕ່ທີ ທ້າຍເດືອນ ມີຖຸນາ ຮອດປະຈຸບັນ ມີຈຳນວນຕິດເຊື້ອໃນຊຸມຊົນສະເພາະແຂວງວຽງຈັນ 37 ຄົນ.

ຕໍ່ກັບສະພາບການລະບາດຂອງພະຍາດໃນຊຸມຊົນ , ສະພາບການຕິດເຊື້ອພະຍາດສາຍພັນເດດຕາໃນແຮງງານທີ່ເດີນທາງເຂົ້າມາປະເທດ ສົມທົບກັບ ບັນດາປະເທດອ້ອມຂ້າງຍັງມີການລະບາດຂອງພະຍາດສາຍພັນ ເດວຕາ ໃນຊຸມຊົນ ແລະ ຍັງບໍ່ມີທ່າອຽງທີ່ຈະຫຼຸດລົງ ມີການປິດເມືອງ ເຮັດໃຫ້ ແຮງງານກັບປະເທດເພີ້ມຂື້ນຈຳນວນຫຼວງຫຼາຍ ສິ່ງເຫຼົ່ານັ້ນ ຖືວ່າເປັນສິ່ງທ້າທາຍ ແລະ ເຮັດໃຫ້ປະເທດຂອງພວກເຮົາມີຄວາມສ່ຽງສູງທີ່ຈະມີການລະບາດຂອງພະຍາດ ສາຍພັນເດວຕາ ໃນປະເທດຖ້າຫາກບໍ່ມີການ ວາງມາດຕະການປ້ອງກັນ , ຄວບຄຸມ ຢ່າງເຂັ້ມງວດ ແລະ ຮັດກຸມ ເພາະການລະບາດຢູ່ ນະຄອນຫຼວງ ໃນໄລຍະ ເດືອນເມສາ 2021 ແມ່ນສາຍເຫດຈາກສາຍພັນ ອານຟາ ແຕ່ຖ້ວມີ

ການລະບາດຂອງສາຍພັນ ເດວຕາໃນຊຸມຊົນ ເຊິ່ງເປັນສາຍພັນທີ່ສົ່ງເຊື້ອໄວກວ່າອານຟາ ຫຼາຍເທົ່າ ອາດຈະ ເຮັດໃຫ້ ປະເທດຂອງພວກເຮົາ ຕົກຢູ່ໃນສະພາບທີ່ ທີ່ບໍ່ອາດຄວບຄຸມການລະບາດຂອງພະຍາດໄດ້.ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານກໍຄື ຄະນະສະເພາະກິດ ຈຶ່ງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ຕາມແຈ້ງການຫ້ອງການສຳນັກງານນາຍຍົກລັດຖະມົນຕີສະບັບເລກທີ 745ຫສນຍ, ໂດຍອີງໃສ່ ສະພາບການລະບາດຕົວຈິງຂອງພະຍາດພາຍໃນປະເທດແລະ ບັນດາປະເທດໃກ້ຄຽງ ເຊິ່ງມີບາງມາດຕະການທີ່ຍັງຕ້ອງໄດ້ ສບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີການຜ່ອນບາງມາດຕະການເພື່ອຫຼຸດຜ່ອນຜົນກະທົບ ທາງດ້ານ ເສດຖະກິດ ແລະ ສັງຄົມເພື່ອເຮັດໃຫ້ມາດຕະການທີ່ ວາງອອກໄດ້ຖືກຈັດຕັ້ງປະຕິບັດ ຢ່າງ ທົ່ວເຖິງ ແລະ ໄດ້ຮັບຜົນດີ ກໍຂໍໃຫ້ ທຸກທ່ານ ທຸກພາກສ່ວນ

ໃນສັງຄົມ ຈົ່ງໄດ້ຍົກສູງສະຕິ ຄວາມຮັບຜິດຊອບຕໍ່ສັງຄົມ ແລະພ້ອມທັງ ເປັນເຈົ້າການ ໃນການປະຕິບັດຕາມທຸກ ມາດຕະການທີ່ຄະນະສະເພາະກີດ ຂັ້ນ ສູນກາງ ແລະຂັ້ນແຂວງ ລວມທັງ ມາດຕະການຂອງບັນດາຂະແໜງການຕ່າງໆ ວາງອອກ ຢ່າງເຂັ້ມງວດ ແລະ ຄົບຖ້ວນ ພ້ອມດຽວກັນ ກໍ່ຂໍໃຫ້ ປະຕິບັດ ການດຳລົງຊີວິດປົກກະຕິແບບໃໝ່ ໂດຍການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວ, ເຫຼົ້າ 70, ຫຼີກລ້ຽງການເດີນທາງໄປສະຖານທີ່ມີຄົນ ແອອັດ ແລະສະຖານທີ່ມີຄວາມສ່ຽງ, ການປະຕິບັດສິ່ງດັ່ງກ່າວນີ້ຍັງ ແມ່ນມາດ ຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທຸກສາຍພັນ ທີ່ໄດ້ຮັບຜົນດີ ທີ່ສຸດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.