Breaking News

ດ່ວນ! ແຜ່ນດິນໄຫວຢູ່ເມືອງເງິນ ມີ​ເຮືອນ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 17 ລ້ານກີບ

ແຜ່ນດິນໄຫວຢູ່ເມືອງເງິນ ມີ​ເຮືອນ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 1 ຫຼັງ

ອິງຕາມການລາຍງານ ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນການເກັບກໍາຂໍ້ມູນຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໃນຄັ້ງວັນທີ 8 ກໍລະກົດ 2021 ນີ້ວ່າ: ໃນວັນທີ 7 ກໍລະກົດ 2021 ເວລາ 13​ ​ໂມງ​ 43 ນາທີ ມີແຜນດິນໄຫວຈຸດສູນກາງຢູ່ບ້ານ ດອກເກດ ເມືອງເງິນ ແຂວງໄຊຍະບູລີ

ຈຳນວນ 1 ຄັ້ງ, ຄວາມແຮງສັນສະເທືອນວັດແທກໄດ້ 4,9 ຣິກເຕີ ຊື່ງມີຄວາມເລິກຈາກໜ້າດິນລົງ​ໄປ 15 ກິໂລແມັດ, ຫ່າງຈາກຕົວເມືອງໄປທາງທິດເໜືອປະມານ 8 ກິໂລແມັດ

ຊຶ່ງສ້າງຜົນເສຍຫາຍ ແລະ ຄວາມແຕກຕື່ນໃຫ້ແກ່ຊາວເມືອງເງິນ​ພໍ​ສົມ​ຄວນ ​ໂດຍ​ເຫດ​ການ​ດັ່ງ​ກ່າວ​ສົ່ງ​ຜົນກະທົບ 1 ບ້ານຄື: ບ້ານ ນາງົວ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1 ຫຼັງຄື: 1 ຄອບຄົວ, ຈໍານວນພົນ 4 ຄົນ ຍິງ 2 ຄົນ ມູນຄ່າເສຍຫາຍທັງໝົດ 17 ລ້ານກີບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.