ຕາມການທຳນາຍໄດ້ກ່າວວ່າ 4 ວັນເກີດຕໍ່ໄປນີ້ ຈະມີໂຊກລາກເຂົ້າມາ ທັງການງານ ແລະ ການເງິນ ພະຍານາກປະທານພອນ ອວຍພອນໃຫ້ທ່ານ
ການທຳນາຍ ເປັນຄວາມເຊື່ອສ່ວນບຸກຄົນ ສະນັ້ນຄົນເກີດວັນດຽວກັນ ອາດບໍ່ໄດ້ໄດ້ຄືກັນທຸກຢ່າງ ເພາະ ຕ່າງເວລາ ເກີດ ທັງເວລາ ວັນ ເດືອນ ແລະ ປີ ອີກຢ່າງຂຶ້ນກັບບຸນກຸສົນທີ່ທ່ານໄດ້ສະສົມມາ ຕັ້ງແຕ່ຊາດປາງກ່ອນ ແລະຊາດນນິ້ ຈື່ງສົ່ງຜົນມາໃຫ້ໃນປັດຈຸບັນ
ດັ່ງນັ້ນຈົ່ງໃຊ້ ວິຈາລະນາຍານໃນການອ່ານ ເມື່ອທ່ານເຂົ້າໃຈແລ້ວ ອ່ານຕາມວັນເກີດຂອງທ່ານດັ່ງນີ້ :

+ ຄົນທີ່ເກີດວັນອາທິດ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ເຈົ້າຈະເປັນຄົນວາດສະໜາດີຫລາຍດວງກໍດີ ບຸນຫລາຍຈຶ່ງເຮັດໃຫ້ຊີວິດສຸກສະບາຍ ສ່ວນຫລາຍຈະເຮັດວຽກແບບມີຍົດມີຕຳແໜ່ງທັງນັ້ນ ລຳລວຍຖານະດີ ບໍລິວານຫລາຍ ແຕ່ກໍເຮັດກັບຄົນບໍ່ຄ່ອຍຂື້ນເທົ່າໃດ ແຕ່ກໍດີແລ້ວເຮັດດີກໍເຮັດຕໍ່ໄປ ຄວາມດີທີ່ເຮັດນັ້ນເອງທີ່ຈະຄ່ອຍປົກປ້ອງຕົວທ່ານ ໃນຊວງນີ້ກຽມຮັບກັບໂຊກດີມີເງິນ ທອງເພີ່ມຂື້ນດ້ວຍ ດວງໂດຍລວມຂອງທ່ານທີ່ເກີດໃນວັນອາທິດນີ້ຈະມີໂຊກລາບໃຫ່ຍຢ່າງແນ່ນອນ ຂໍໃຫ້ທ່ານສຸກສົມຫວັງ ສາທຸ ສາທຸ.
+ ຄົນທີ່ເກີດວັນພຸດ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ຄົນວັນນີ້ຈະເປັນຄົນທີ່ມີມູນມັງສົມບັດດີສຸດ ເຈລະຈາຕໍ່ລອງເກັ່ງເປັນເລີດ ຈົນຜູ້ຄົນຕ້ອງຍອມຮັບ ເໝາະທີ່ຈະເຮັດກ່ຽວກັບການຄ້າຂາຍ ເຮັດທຸລະກິດສະຫລາດ ແຕ່ຄວາມຈຳບໍ່ເອົາເສຍເລີຍ ລືມຫັຍງງ່າຍດາຍຫລາຍ ຄວາມຮູ້ຫລາຍ ອ່ານໃຈຄົນເກັ່ງຫລາຍ ແຕ່ເກັບເງິນບໍ່ຄ່ອຍຢູ່ ແຕ່ກໍຊ່ວງນີ້ກໍເປັນດວງດີຮັບຊັບຂອງຜູ້ທີ່ເກີດວັນພຸດ ຖ້າເກັບເງິນໄວ້ສະສົມໄວ້ ກໍຈະເຮັດໃຫ້ມີຄວາມຮັ່ງມີເລີຍລະ.
+ ຄົນທີ່ເກີດວັນສຸກ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ເຈົ້າເປັນຄົນດີປັນຫາ ແລະອຸປະສັກຕ່າງໆທີ່ຈະບໍ່ດີນັ້ນເຮັດຫຍັງເຈົ້າບໍ່ໄດ້ ດວງດີຫລາຍ ລຳບາກນ້ອຍ ແລະ ໃຫ້ພະຍາຍາມໝັ່ນເຮັດບຸນໃຫ້ຫລາຍ ໄວ້ຈະໄດ້ໜູນໃຫ້ຊີວິດນັ້ນດີຂື້ນໄປອີກ ຊ່ວງນີ້ກໍຢ່າລືມເກັບອອມໄວ້ດ້ວຍ ເພາະເວລາທີ່ໄດ້ຮັບເງິນທອງເຂົ້າມາຫລາຍຈະເຮັດໃຫ້ມີກິນມີໃຊ້ໄປຕະຫຼອດຊີວິດ.
+ ຄົນທີ່ເກີດວັນເສົາ : ຕາມການທຳນາຍໄດ້ກ່າວພະຍານາກປະທານພອນໃຫ້ວ່າ ທ່ານເປັນຄົນດວງແຂງຫລາຍບໍ່ວ່າຈະຕົກທຸກພຽງໃດ ຊີວິດປັນຫາຫລາຍແຕ່ກໍຍັງຄົງຢືນຢູ່ໄດ້ແບບສະບາຍ ເປັນຄົນໃຈສູ້ຈົນເຮັດໃຫ້ຜ່ານປັນຫາຮ້າຍ ມາໄດ້ງ່າຍດາຍມີຄຸນສົມບັດຄວາມເປັນຜູ້ນຳ ຮັກກຽດສັກສີ ມີຄວາມໜັກແໜ້ນ ບໍ່ມັກເອົາປຽບໃຜເປັນຄົນກົງໄປກົງມາ ດຸໝັ່ນເຮັດວຽກ ມີຄວາມອົດທົນ ໃນຊ່ວງນີ້ກໍຈະໄດ້ຮັບເງິນກ້ອນໃຫ່ຍຈາກຄວາມດີຂອງເຈົ້າເອງ ຂໍໃຫ້ມີຄວາມສຸກຄວາມຈະເລີນຫລາຍໆສາທຸ.