ໃນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດ ຖະບານ ຊຸດ IX ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 6-8 ກໍລະກົດ 2021 ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫລາຍບັນ ຫາ, ເຊີ່ງໜຶ່ງໃນນັ້ນ ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ໃນໄລຍະ 6 ເດືອນຕົ້ນປີ 2021 ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງບົດລາຍງານດັ່ງກ່າວ,
ພ້ອມທັງ ຊົມເຊີຍທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງໃນການຈັດຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດທິພາບ ແລະປະສິດທິຜົນດີສົມຄວນ, ລວມທັງການປະກອບສ່ວນຊ່ວຍເຫຼືອຊຸກຍູ້ເປັນເງິນ ແລະ ວັດຖຸໃຫ້ແກ່ພາກລັດ ແລະ ສັງຄົມໃນການແກ້ໄຂ ແລະ ບັນເທົາຜົນກະທົບຈາກກາ ນແ ຜ ່ລະບາດຂອງພະຍາ ດໂ ຄ ວິ ດ.
ຢ່າງໃດກໍ່ຕາມ ອີງຕາມການປະເມີນສະພາບການລະບາດຂອງພະຍາດໂ ຄ ວ ິ ດ ໃນປະຈຸບັນ, ເຖິງວ່າຕົວເລກການລະບາດຢູ່ພາຍໃນປະເທດສືບຕໍ່ຫຼຸດລົງ, ແຕ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດຢູ່ປະເທດໃກ້ຄຽງຍັງສືບຕໍ່ເພີ່ມຂື້ນ. ນອກຈາກນີ້ ຢູ່ປະເທດເຮົາ ໄດ້ກວດພົບການຕິ ດເ ຊື້ ອສາຍພັນເດວຕາ ຈາກການນໍາເຂົ້າ ຊຶ່ງເປັນສາຍພັນທີ່ແ ຜ່ເ ຊື້ ອໄວກວ່າສາຍພັນດັ້ງເດີມ.
ພ້ອມນີ້ ແຮງງານລາວທີ່ຢູ່ປະເທດໃກ້ຄຽງມີຄວາມຕ້ອງການກັບຄືນມາລາວເພີ່ມຂຶ້ນ, ສະນັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການລາດຕະເວນຕາມຊາຍແດນບໍ່ໃຫ້ມີການລັກລອບເຂົ້າປະ ເທດ, ແນໃສ່ໃຫ້ມີການກັບຄືນປະເທດຕາມດ່ານທາງການທີ່ລັດຖະບານກໍານົດ.
ສຳລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ບາງຈຸດ ຄື:ໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະ ຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂກາ ນແ ຜ່ ລ ະບາດ ຂອງພະຍາດໂ ຄ ວິ ດ ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ;
ສືບຕໍ່ເກັບຕົວຢ່າງ ເພື່ອຄົ້ນຫາຜູ້ ຕິ ດເ ຊື້ ອໃຫ້ໄດ້ທັງໝົດ ເພື່ອເຂົ້າຮັບການປິ່ນປົວໂດຍໄວ; ສືບຕໍ່ສຸມໃສ່ປິ່ນປົວຜູ້ ຕິ ດເ ຊື້ ອໃຫ້ຫາຍດີ ແລະ ມີຜູ້ເສຍຊີວິດໜ້ອຍທີ່ສຸດ.
ຈັດຕັ້ງຜັນຂະຫຍາຍມາດຕະການຂອງລັດຖະບານ ແລະ ຄະນະສະເພາະກິດ ເຂົ້າສູ່ຂົງເຂດວຽກ ງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະ ບາດ ທຸກຮູບແບບຢ່າງແທດເໝາະ.
ສືບຕໍ່ສັກວັກຊິນປ້ອງກັນໃຫ້ປະຊາຊົນ ຕາມແຜນທີ່ວາງໄວ້.
ສືບຕໍ່ເພີ່ມທະວີວຽກງານໂຄສະນາ ຖະແຫຼງຂ່າວ ເຜີຍແ ຜ່ ຂໍ້ມູນຂ່າວ ຄຽງຄູ່ກັບການເພີ່ມທະວີສຶກສາອົບຮົມ ປຸກລະ ດົມໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມ ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ.
Cr: ສື່ເພື່ອສັງຄົມ