ເກີດອຸບັດຕິເຫດ ລົດບັນທຸກ 22 ລໍ້ ຕຳທ້າຍລົດຈັກ ເຮັດໃຫ້ມີເສຍຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ, ເຫດການດັ່ງກ່າວ ເກີດຂຶ້ນໃນເວລາ ປະມານ 9:30 ໂມງຂອງວັນທີ 7 ກໍລະກົດ 2021ຢູ່ເສັ້ນທາງເລກທີ 9 ເຂດບ້ານດົງສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ:ລົດທີ່ເກີດອຸບັດຕິເຫດ ແມ່ນລົດບັນທຸກ 22 ລໍ້ ຍີຫໍ້ JAC ທະບຽນຫົວລາກ 74C– 07264 , ທະບຽນັຫາງລາກ 74R–00587, ຂັບຂີ່ມາຕາມເສັ້ນທາງເລກ 9 ດ້ວຍຄວາມໄວສູງມຸ້ງໜ້າມາແຕ່ທິດຕາເວັນອອກ ພໍຮອດເຂດບ້ານດົງສະ ຫວັນ ໄດ້ຕໍາທ້າຍລົດຈັກຮອນດາເວບ ສີດໍາ ບໍ່ຕິດໝາຍເລກທະບຽນ ຢ່າງແຮງ ເຊິ່ງຂັບຂີ່ລົດຈັກ ຊື່ທ້າວ ຄໍາເຄນ ອາຍຸ 43 ປີ ຢູ່ບ້ານນາທະລັງ ເມືອງພິນ ແຂວງສະຫວັນນະເຂດ, ໂດຍມີຄອບຄົວຊ້ອນທ້າຍ ມານໍາ 3 ຄົນ ຊື່: ນາງ ປິນ ອາຍຸ 8 ປີ ແລະ ນາງ ປອນ ອາຍຸ 5 ປີ ແລະ ນາງ ສາຍຄໍາ ອາຍຸ 32 ປີ,

ພວກກ່ຽວທັງ 4 ຄົນ ເປັນພໍ່ແມ່ລູກ, ພາຍຫຼັງເກີດອຸບັດຕິເຫດຜູ້ຂັບຂີ່ລົດບັນທຸກ 22 ລໍ້ໄດ້ເອົາຕົວຫຼົບໜີ ຈາກຈຸດເກີດເຫດ. ເຊີ່ງລັກຊະນະການຕໍາ ລົດທັງສອງຄັນແມ່ນຂັບຂີ່ມາທິດທາງດຽວກັນ ຊຶ່ງລົດຈັກຢູ່ດ້ານໜ້າ ແລະ ລົດບັນທຸກຢູ່ດ້ານຫຼັງ, ລົດບັນທຸກໄດ້ຕໍາເອົາດ້ານຫຼັງຂອງລົດຈັກ ແລ້ວຕີນລົດບັນທຸກທາງດ້ານຊ້າຍໄດ້ຢຽບ ນາງ ສາຍຄໍາ ຜູ້ເປັນເມຍ ເສຍຊີວິດຄາທີ, ສ່ວນ ທ້າວ ຄໍາເຄນ ຜູ້ເປັນຜົວ ບາດເຈັບສາຫັດ ແລະ ລູກນ້ອຍ 2 ຄົນ ບາດເຈັບເລັກໜ້ອຍ.

ຂໍ້ມູນຂ່າວ : ປ້ອງກັນຄວາມສະຫງົບ