ໂຄວິດພະຍາດລະບາດຮ້າຍແຮງເກີນຄາດເດົາ ເຊິ່ງມັນເປັນສັນຍານເຕືອນທຸກຄົນ ນອກຈາກຈະເກັບຕົວໃຫ້ຫ່າງຈາກສັງຄົມແລ້ວ ຕ້ອງຮັກກັນໃຫ້ຫຼາຍໆເພາະບໍ່ຮູ້ມື້ໃດຈະເປັນມື້ຂອງເຮົາ ສະນັ້ນຈົ່ງເຮັດດີໃຫ້ດີທີ່ສຸດຄືກັບມື້ນີ້ຈະເປັນວັນສຸດທ້າຍຂອງຊີວິດ ຄິດບໍອອກບາງທີຕິດໂຄວິດໂດຍບໍ່ຮູ້ຕົວ ເມື່ອໄປປິ່ນປົວແລ້ວບໍ່ເຊົາ ແລະເຮົາກໍບໍມີໂອກາດກັບມາຫາຄອບຄົວໄດ້ອີກເລີຍຄືຫຼາຍໆເຄສທີ່ເຫັນຜ່ານມາ.

ກ່ຽວກັບຄົນທີ່ຄຸ້ນໜ້າຄຸ້ນຕາຕິດໂຄວິດບາງຄັ້ງຍັງຄິດບໍ່ເຖິງຕິດແລ້ວພະຍາດຈະລຸກລາມໄວປານນັ້ນ ແຕ່ຄວາມຈີງກໍ່ເປັນໄປໄດ້ ເຊິ່ງທ່ານ ນະວັດ ອິດສະຣະໄກສິນ ຜູ້ອຳນວຍການກອງປະກວດ ມິສແກຣນ ອິນເຕີເນຊັນແນວ,

ພິທີກອນລາຍການຄົວຄຸນຕອຍ ແລະອີກຫຼາຍລາຍການ ສື່ໄທລາຍງານໃນວັນທີ 9 ກໍລະກົດ 2021ຫຼັງຜູ້ກ່ຽວໄດ້ຕິດເຊື່ອວ່າວັນທີ 2 ຜ່ານມາ ແລະເຂົ້າໄປປິ່ນປົວຕິດຕາມອາການ ແຕ່ຫຼ້າສຸດແຈ້ງວ່າຕ້ອງເຂົ້າໄອຊີຢູແລ້ວ.

ຊຶ່ງທ່ານ ນະວັດເອງຫຼັງຈາກທີ່ເຂົ້າໂຮງໝໍແມ່ນໄດ້ອັບເດດອາການຂອງຕົນຢ່າງຕໍ່ເນື່ອງ ແຕ່ຫຼ້າສຸດຜູ້ກ່ຽວແຈ້ງວ່າ ຕອນນີ້ອາການໜັກຫຼາຍ ແພດໄດ້ຍ້າຍໄປໄອຊີຢູເປັນທີ່ຮຽບຮ້ອຍແລ້ວ ເນື່ອງຈາກປອດລາມໄປ 50% ແລ້ວ , ສ່ວນຄ່າອົກຊີຍັງປົກກະຕິ ແຕ່ຕ່ຳກວ່າທີ່ຄາດໄວ້.

ຂໍ້ມູນຍັງເຜີຍວ່າສາຍພັນທີ່ ທ່ານນະວັດໄດ້ຮັບນັ້ນເປັນສາຍພັນເດວຕ້າ ເຊິ່ງຕົວເພິ່ນເອງໄດ້ອອກມາເຜີຍໃນໄລຍະທຳອິດວ່າ ເປັນໂຕວິດແມ່ນອີຫຍັງທີ່ເຈັບສຸດ ເຈັບຈົນເມື່ອຍ ໂຄວິດບໍ່ທຳມະດາ ແຕ່ກໍ່ຂຶ້ນກັບອາການຂອງແຕ່ລະຄົນ ບາງຄົນກໍ່ບໍ່ສະແດງອາການຫຍັງບາງຄົນພັດໜັກແຮງ ອັນສຳຄັນຜູ້ປ່ວຍກ່ຽວກັບປອດຕ້ອງນອນຄວ້ຳ ຖ້າໃຜຢາກໃຫ້ປອດແຂງແຮງຕ້ອງອອກຳລັງກາຍໃຫ້ຫຼາຍໆເດີ້….