Breaking News

ຊົມເຊີຍ..!! ປກສ ເມືອງສີໂຄດຕະບອງ ຈັບຫົວໂປ່ ແກ້ງລັກລົດລາຍໃຫຍ່ ອຸ້ຍສ່ຽວປໍ້ ພ້ອມຜູ້ຮັບຊື້ໄດ້ທັງໝົດ 27 ຄົນ

ໜ່ວຍສະເພາະກິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອອກໄລ່ລ້າຈັບກຸມ ກຸ່ມແກ້ງເຄື່ອນໄຫວລັກລົດຈັກ ຢູ່ເຂດເມືອງສີໂຄດຕະບອງ ຢ່າງບໍ່ລົດລະ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢ່າງຕໍ່ເນື່ອງ; ຮອດວັນທີ 1 ມີນາ 2021 ສາມາດສະແດງໂຕເຂົ້າຈັບກຸມຫົວໂປ່ໂຕການໄດ້ 1 ຄົນ ຄື: ທ້າວ ອຸ້ຍສ່ຽວປໍ້ ຢູ່ບ້ານໂພນສະຫວາດ ເມືອງສີໂຄດຕະບອງ.

ຈັບຫົວໂປ່ ອຸ້ຍສ່ຽວປໍ້….ຂາຍພັກພວກອີກ 27 ຄົນ.

ຂະນະທີ່ຜູ້ກ່ຽວໃຫ້ປາກຄໍາ ເຈົ້າໜ້າທີ່ສືບຕໍ່ຂະຫຍາຍຜົນ ສາມາດຈັບກຸ່ມແກ້ງຮ່ວມຂະບວນການອີກ 27 ຄົນ, ໃນນີ້, ມີຜູ້ເຄື່ອນໄຫວລັກລົດຈັກ 13 ຄົນ ແລະ ຜູ້ຮັບຊື້ຂາຍອີກ 15 ຄົນ, ຍິງ 4 ຄົນ.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ເປີດເຜີຍວ່າ: ຕໍ່ກັບສະພາບຄົນຮ້າຍລັກລົດຈັກ ຢູ່ພື້ນທີ່ເມືອງສີໂຄດຕະບອງ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວກເຮົາໄດ້ມີການຕິດຕາມຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດກໍ່ສາມາດມ້າງກຸ່ມໃຫຍ່ນີ້ໄດ້ ເຊິ່ງຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເຫັນວ່າ:

ການເຄື່ອນໄຫວລັກຊັບ ແລະ ຊື້ຂາຍຊັບຂອງພົນລະເມືອງທີ່ຜິດກົດໝາຍຂອງກຸ່ມ ທ້າວ ອຸ້ຍສ່ຽວປໍ້ ຍັງມີການພົວພັນກວ້າງຂວາງກັບອີກຫຼາຍກຸ່ມແກ້ງໃນການລັກ ແລະ ຊື້ຂາຍຊັບ ( ລົດຈັກ ), ປັດຈຸບັນນີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຍັງສືບຕໍ່ເປີດກວ້າງຂະຫຍາຍຜົນໄລ່ຊອກໄລ່ຈັບກຸ່ມແກ້ງພັກພວກຮ່ວມຂະບວນການ ທີ່ມີການພົວພັນເຄື່ອນໄຫວລັກຊັບຂອງພົນລະເມືອງ ໃນພື້ນທີ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງມາ ດໍາເນີນຄະດີຕາມກົດໝາຍ.

ຕໍ່ກັບລົດຈັກທີ່ເກັບກູ້ຄືນມາໄດ້ນັ້ນມີ 28 ຄັນ, ໃນນີ້, ມີລົດຈັກ ຮອນດ້າເວບ 100 ຈໍານວນ 12 ຄັນ, ຄິກໄອ 2 ຄັນ, ເທນ້າ 1 ຄັນ, ໂຊນິກ 1 ຄັນ, ຊີບີອາ 1 ຄັນ, ເອັມເອັດເອັກ 1 ຄັນ, ສະເຕັບ 1 ຄັນ, ສະມາຍ 1 ຄັນ, ເວບລີຟານ 4 ຄັນ, ພີໂນ້ 2 ຄັນ, ຄິກມີໂມຕ້າ 1 ຄັນ ແລະ ສະເກມ 1 ຄັນ ແມ່ນໄດ້ມອບໃຫ້ເຈົ້າຂອງເດີມໃນວັນທີ 8 ກໍລະກົດ 2021 ກ່າວມອບໂດຍ ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.