Breaking News

ປະເທດໄທ ນັກຮຽນຄູອາຈານຕິດ ໂຄວິ ດ ຫຼາຍກວ່າ 900 ຄົນ ຫຼັງເປີດຮຽນໄດ້ພຽງເດືອນດຽວ

ວັນທີ 6 ກໍລະກົດ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກໄທ ສູນກາງຖະແຫຼງຂ່າວເຊື້ອພະຍາດ ໂຄວິດ-19 ໄດ້ຖະແຫຼງວ່າ ຕັ້ງແຕ່ເປີດຮຽນເລີ່ມວັນທີ 14 ມິຖຸນາ – 4 ກໍລະກົດ 2021 ໄດ້ມີຜູ້ຕິດເຊື້ອໃໝ່ຈໍານວນ 903 ຄົນ, ແບ່ງເປັນເດັກນ້ອຍ ອາຍຸ 0-19 ປີ, ຄູອາຈານ 28 ຄົນ ແລະ ບຸກຄະລາກອນອື່ນໆ 1 ຄົນ. ເຊິ່ງກວດພົບສ່ວນຫຼາຍແມ່ນຢູ່ພື້ນທີ່ສີແດງເຂັ້ມ ຄື ກຸງເທບ, ສ່ວນໃຫຍ່ແມ່ນຕິດເຊື້ອພາຍໃນຄອບຄົວ ແລະ ຊຸມຊົນ.

ປັດຈຸບັນ, ກຸງເທບແມ່ນຍັງບໍ່ໄດ້ເປີດໂຮງຮຽນ ແຕ່ກໍຍັງມີເດັກນ້ອຍທີ່ຕິດເຊື້ອໂຄວິດ-19 ເນື່ອງຈາກຜູ້ປົກຄອງຍັງຕ້ອງອອກໄປເຮັດວຽກ ແລະ ໄດ້ນໍາເຊື້ອກັບມາຕິດເດັກນ້ອຍຢູ່ເຮືອນ, ໂດຍສ່ວນໃຫຍ່ເດັນນ້ອຍຈະບໍ່ມີອາການຮຸນແຮງ ເລີຍເຮັດການຮັກສາຢູ່ທີ່ໂຮງໝໍສະໜາມ ແຕ່ຖ້າຫາກເດັກນ້ອຍມີອາການຮຸນແຮງຫຼາຍຂຶ້ນກໍຈະຖືກສົ່ງຕໍ່ໄປທີ່ໂຮງໝໍທັນທີ. ເຊິ່ງການລະບາດຂອງພະຍາດໂຄວິດ-19 ຮອບນີ້, ເຊິ່ງເປັນສາຍພັນເດວຕ້າ ແມ່ນຍັງບໍ່ພົບເດັກນ້ອຍທີ່ຕິດສາຍພັນດັ່ງກ່າວເທື່ອ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.