ລາວ-ໄທ ຮ່ວມຫາລືວຽກການຈັດສັນແຮງງານລາວຢູ່ໄທ ໄລຍະມີການລະບາດຂອງພະຍາດໂຄວິດ-19
ໃນວັນທີ 9 ກໍລະກົດ 2021 ນີ້ ກົມພັດທະນສີມືແຮງງານ ແລະ ຈັດຫາງານ (ລາວ) ຮ່ວມກັບ ກົມການຈັດຫາງານ (ໄທ), ໄດ້ຈັດກອງປະຊຸມລະດັບວິຊາການລາວ-ໄທ ໃນຮູບແບບທາງໄກ ແນໃສ່ຮ່ວມຫາລືກ່ຽວກັບການບໍລິຫານຈັດການແຮງງານລາວໃນປະເທດໄທ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຝ່າຍ ສປປລາວ ຮ່ວມເປັນປະທານໂດຍ ທ່ານ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຝ່າຍຣາຊະອານາຈັກໄທ ເປັນປະທານໂດຍ ທ່ານ ໄພໂຣດ ໂຊຕິກະສະຖຽນ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ອານຸສອນ ຄຳສິງສະຫວັດ ກ່າວຕໍ່ກອງປະຊຸມວ່າ: ຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທ ສະບັບລົງວັນທີ 6 ກໍລະກົດ 2016, ຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ສະບັບລົງວັນທີ 1 ມີນາ 2017 ແລະ ສືບເນື່ອງມາຈາກບົດບັນທຶກກອງປະຊຸມວິຊາການລາວ-ໄທ ທີ່ໜອງຄາຍ ຄັ້ງວັນທີ 4-6 ມິຖຸນາ 2019 ແລະ ການເຫັນດີຂອງກະ ຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງແຮງງານແຫ່ງ ຣາຊອານາຈັກໄທ ແນ່ໃສ່ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງສິດຜົນປະໂຫຍດຕາມກົດໝາຍຂອງສອງປະເທດ ໂດຍສະເພາະແມ່ນໄລຍະທີ່ມີການແຜ່ລະບາດຂອງເຊື້້ອພະຍາດໂຄວິດ-19,
ການຮ່ວມມືຂອງສອງຝ່າຍແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ ເພາະບໍ່ພຽງແຕ່ແນ່ໃສ່ການປົກປ້ອງສິດຜົນປະໂຫຍດອັບຊອບທຳຂອງແຮງງານເທົ່ານັ້ນ ແຕ່ຍັງຮັດແໜ້ນການຮ່ວມມືຂອງສອງປະເທດນຳອີກດ້ວຍ ເຊິ່ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ,

ການຫຼັ່ງໄຫຼກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ໄດ້ເປັນພາລະໃຫ້ລັດຖະບານ ຕ້ອງຮັບພາລະໜັກສົມຄວນ ໂດຍໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຄືນປະເທດໃນດ້ານຕ່າງໆ.

ດັ່ງນັ້ນ, ການປຶກສາຫາລືດ້ານວິຊາການຂອງສອງຝ່າຍຈະຊ່ວຍໃຫ້ຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ປະເທດໄທ ແລະ ຜູ້ອອກແຮງງານລາວທີ່ຈະກັບຄືນໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຈາກສອງລັດຖະບານ.

ນອກນັ້ນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຍັງໄດ້ລາຍງານໃຫ້ກົມການຈັດຫາງານແຫ່ງຣາຊະອານາຈັກໄທ ຮູ້ຕື່ມວ່າ: ໃນໄລຍະທີ່ມີການລະບາດ, ພົນລະເມືອງລາວ ທີ່ຢູ່ຕ່າງປະເທດໄດ້ພາກັນຫຼັ່ງໄຫຼກັບຄືນປະເທດເປັນຈຳນວນຫຼວງຫຼາຍ, ຈາກການເກັບກຳຂໍ້ມູນ ມາຮອດເດືອນພຶດສະພາ ມີພົນລະເມືອງທີ່ກັບຄືນປະເທດທັງໝົດ 246.757 ຄົນ, ປັດຈຸບັນ ເຂົາເຈົ້າເຫຼົ່ານັ້ນ ໄດ້ກາຍເປັນຜູ້ ວ່າງງານທີ່ມີຢູ່ພາຍໃນປະເທດ.
ກອງປະຊຸມຍັງຈະໄດ້ຫາລືກ່ຽວກັບການໃຫ້ການຊ່ວຍເຫຼືອແກ່ແຮງງານທີ່ຖືກຢຸດວຽກ, ການເຂົ້າເຖິງການສັກວັກຊີນ ແລະ ກວດຫາເຊື້ອກ່ອນມີການສົ່ງກັບປະເທດ, ເຊິ່ງປະກອບດ້ວຍການອໍານວຍຄວາມສະດວກຂອງປະເທດຕົ້ນທາງໃນການດໍາເນີນການຂະຫຍາຍອາຍຸໜັງສືເດີນທາງ, ການກະກຽມການຈັດສົ່ງ ຫຼື ນໍາເຂົ້າແຮງງານໃໝ່ເຂົ້າມາເຮັດວຽກຕາມລະບົບ MOU ແລະ ເພື່ອເຮັດໃຫ້ວຽກງານແຮງງານລະຫວ່າງ 2 ປະເທດ ເປັນໄປຕາມບົດບັນທຶກ,
ຂະນະທີ່ ຝ່າຍລາວ ຍັງໄດ້ສະເໜີຝ່າຍໄທ ໃຫ້ຄວາມຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກການປິດກິດຈະການຂອງຫົວໜ່ວຍແຮງງານ, ການຊຸກຍູ້ໃຫ້ຜູ້ອອກແຮງງານລາວທີ່ຈະກັບຄືນປະເທດ ຜ່ານຊ່ອງທາງທີ່ຖືກຕ້ອງ ແລະ ໄດ້ຮັບການກວດກາເຊື້ອພະຍາດໂຄວິດ-19 ກ່ອນເດີນທາງກັບຄືນປະເທດ, ການສະໜອງຂໍ້ມູນຂອງຜູ້ອອກແຮງງານລາວທີ່ຖືກເລີກຈ້າງ ແລະ ຈະເດີນທາງກັບຄືນປະເທດ.