ເຫັນມາຕະຫຼອດ ເລື່ອງຄວາມຮັກ ຍາກຈະມັນລະຍາຍ ເພາະມີຫຼາຍທິດສະດີ ຫຼາຍຄົນເວົ້າ ຫຼາຍຄົນເຂົ້າໃຈ ແລະ ໄດ້ຮັບຄວາມຮັກທີ່ແຕກຕ່າງກັນໄປ.


ບາງຄົນກໍຢາກມີຄູ່ ບາງຄົນກໍບໍ່ຢາກມີ ເພາະຫຼາຍໆເຫດຜົນ ຊ່ວງເວລາອາຍຸ ແລ້ວທ່ານຄິດວ່າ ການມີແຟນ ກັບການຢູ່ແບບໂສດໆ ດີກວ່າກັນ ບໍ່ດີກວ່າກັນແນວໃດ.

ຢ່າງຄຳຄົມ ຂອງ ສາວ ກາລະ ແມ ພິທີກອນ ດາລາດັງໄທ ໂພພສຄຳຄົມໄວ້ວ່າຖ້າຫາແຟນດີໆບໍ່ໄດ້ ກໍ່ຢູ່ແບບໂສດໆດີກວ່າ ຄຳນີ້ແມ່ນຫຼືບໍ່.

ໃຜແນ່ທີ່ບໍ່ຕ້ອງການແຟນທີ່ດີ ຫຼື ໝູ່ທີ່ດີ ແຕ່ຢ່າລືມເດີ້ວ່າ ຫາກເຮົາຕ້ອງການແຟນທີ່ດີ ເຮົາກໍຕ້ອຕອບແທນເຂົາດ້ວຍການເປັນຄົນດີ ຄົນຈິງໃຈ ແລະ ເປັນຄົນດີຂອງເຂົາເຊັ່ນກັນ ບໍ່ແມ່ນຕົນເອງເຈົ້າຊູ້ ຫຼື ບໍ່ດີແນວອື່ນໆ ແລະ ຈະຢາກໄດ້ແຟນຮັກດຽວ ແຟນດີ.
