Breaking News

ພະແນກຍຸຕິທຳແຂວງອັດຕະປື ມອບຫີນອ່ອນ ເຂົ້າເປັນຊັບສິນຂອງລັດ

ໂດຍອີງຕາມກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສະບັບປັບປຸງ ປີ 2008, ມາດຕາ 11, ຄຳຕັດສິນຂອງສານ ສະບັບເລກທີ 006/ຂຕອ ລົງວັນທີ 23 ທັນວາ 2020, ຄຳຕັດສິນຂອງສານ ສະບັບເລກທີ 026/ຂຕອ ລົງວັນທີ 04 ມີນາ 2021, ຂໍ້ຕົກລົງຂອງຫົວໜ້າພະແນກຍຸຕິທຳແຂວງ ວ່າດ້ວຍ

ການມອບຊັບສິນທີ່ສານຕັດສີນເປັນຂອງລັດ ໃຫ້ພະແນກການເງິນແຂວງ ຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 6 ກໍລະກົດ 2021 ຜ່ານມາ ຊຶ່ງມີພະແນກຍຸຕິທໍາແຂວງ, ພະແນກການເງິນແຂວງ, ຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຫ້ອງການຄຸ້ມຄອງຊັບສິນຂອງລັດ ແລະ ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.ຈຳນວນຫີນອ່ອນ (ປາໂກໄດ) ທີ່ມາມອບໃນຄັ້ງນີ້ ມີນ້ຳໜັກ 5.004 ກິໂລກຼາມ, ກ່າວມອບໂດຍ ທ່ານ ທິດສະໄໝ ຈັນທະກາລີ ຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັດສີນ ຂອງສານ ແລະ ຮັບໂດຍ ທ່ານ ສຸກສະຫວັນ ອ້ວນວິໄລ ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນຂອງລັດ.

ທັງນີ້ ກໍ່ເພື່ອປະຕິບັດຕາມຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 07/ນຍ, ລົງວັນທີ 5 ເມສາ 2017 ວ່າດ້ວຍການຂື້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ເພື່ອເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ, ລະບຽບການໃຫ້ມີຄວາມສັກສິດ ແນໃສ່ໃນການຄຸ້ມຊັບສິນປະເພດ, ເງິນ, ຄຳ, ວັດຖຸມີຄ່າອື່ນໆ ລວມທັງພາຫະນະ ແລະ ອຸປະກອນຕ່າງໆ ທີ່ສານຕັດສິນຮິບເປັນຂອງລັດ ໃຫ້ມາຂື້ນທະບຽນ ແລະ ຂື້ນບັນຊີຄຸ້ມຄອງລວມສູນ.

(ທີ່ມາ: ອັດຕະປື ມີເດຍ)

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.