Breaking News

ລາວ ຍັງຕ້ອງການວັກຊີນຫລາຍແສນໂດສ ເພື່ອບັນລຸເປົ້າໝາຍ ໃນປີ 2021

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນພວກເຮົາຍັງມີຊ່ອງວ່າງຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊີນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ, ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 700.000 ກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍ.

ໄວ້ໃນທ້າຍປີ 2021.ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນ ຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫຼື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານເພື່ອຈັດຊື້ວັກຊີນ. ພ້ອມນັ້ນ, ກໍໄດ້ມີການສົມທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້ສະເໜີສືບຕໍ່ການສະໜັບສະໜູນ ແລະ ຊື້ວັກ​ຊີນຈາກ ສປ ຈີນ ຕື່ມອີກ.ຖ້າ​ພວກ​ເຮົາລໍຖ້າແຕ່ການຊ່ວຍເຫຼືອຈາກໂຄງການສະໜອງວັກຊີນ ຫຼື COVAX ແມ່ນຈະໄດ້.

ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊີນໃຫ້ກັບຫຼາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນລາວໄດ້ເຂົ້າຮັບວັກຊີນເຂັມທີ 1 ບັນລຸໄດ້ 11,26% ຫຼື 826.031 ຄົນ ແລະ ເຂັມທີ 2 ບັນລຸ 6,56% ຫຼື 481.406 ຄົນ. ສະນັ້ນ, ການຈະບັນລຸເປົ້າໝາຍໃນການສັກວັກຊີນນັ້ນ, ແມ່ນຂຶ້ນກັບປັດໄຈຂອງວັກຊີນ ຊຶ່ງສະພາບການຈັດຕັ້ງປະຕິບັດ ແລະ ຄວາມຕ້ອງການຂອງປະຊາຊົນແມ່ນສູງຫຼາຍ ໂດຍພາຍຫຼັງທີ່ຂະແໜງການຕ່າງໆ ໄດ້ມີມາດຕະການອອກມາ ເປັນຕົ້ນແມ່ນຜູ້ທີ່ຕ້ອງການ.

ເດີນທາງໄປຕ່າງແຂວງ ແລະ ຕ່າງປະເທດແມ່ນຕ້ອງມີໃບສັກຢາວັກຊີນ ເຮັດໃຫ້ມີຜູ້ຄົນໄປສັກວັກຊີນຢ່າງຫຼວງຫຼາຍ ແລະ ສະຖານທີ່ໃຫ້ບໍລິການວັກຊີນເກີດຄວາມແອອັດ. ຖ້າມີວັກຊີນຢ່າງພຽງພໍ ຈະສາມາດບັນລຸຕໍ່ເປົ້າໝາຍ 50% ໃນທ້າຍປີ 2021 ນີ້ໄດ້.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.