Breaking News

ອ່ານດ່ວນ! ອັນຕະລາຍຈາກແປ້ງນົວ

ແປ້ງນົວມີຊື່ທາງວິທະຍາສາດວ່າ : ໂມໂນ ໂຊດຽມ ແອລ ກລູຕາເມດ ( MONOSODIUM-L-GLUTAMATE ) ແລະ ມີຊື່ຫຍໍ້ເປັນພາສາອັງກິດວ່າ : MSG.

🧂ອັນຕະລາຍຈາກແປ້ງນົວ.ມື້ນີ້ແອດມິນວາລະສານເທວາຈະນຳພາທ່ານມາຮູ້ຈັກກັບອັນຕະລາຍໃກ້ໂຕເຊິ່ງນັ້ນກໍ່ຄືແປ້ງນົວເຄື່ອງປຸງຍອດນິຍົມຂອງຫລາຍໆທ່ານທີ່ມີຫລາຍຄົນມັກຈະຄິດວ່ານຳມາປຸງແລ້ວເຮັດໃຫ້ຍົກລົດຊາດອາຫານໃຫ້ແຊບ ແຕ່ວ່າທ່ານຮູ້ ຫລື ບໍ່ ວ່າເຄື່ອງປຸງທີ່ຊື່ວ່າ : ແປ້ງນົວ ນີ້ແມ່ນມີອັນຕະລາຍຕໍ່ສຸຂະພາບຫລາຍສົມຄວນ, ໂດຍໃນນີ້ແອດມິນວາລະສານເທວາໄດ້ຄົ້ນຫາຂໍ້ມູນກ່ຽວກັບອັນຕະລາຍຈາກແປ້ງນົວມາຝາກແກ່ບັນດາທ່ານໄດ້ຮັບຮູ້ນຳກັນ ແລະ ໃຫ້ບັນດາທ່ານໄດ້ມີສະຕິ ແລະ ຫລຸດຜ່ອນການນຳໃຊ້ແປ້ງນົວເຂົ້າໃນການປຸງອາຫານໃຫ້ໜ້ອຍລົງ ຫລື ບໍ່ໃຊ້ເຂົ້າໃນນານປຸງອາຫານເລີຍ ເຮັດໄດ້ແນວນີ້ກໍ່ເພື່ອສຸຂະພາບຂອງທ່ານເອງ.

ພິດ ແລະ ອັນຕະລາຍຈາກແປ້ງນົວແມ່ນແບ່ງອອກເປັນສອງສ່ວນໄດ້ແກ່ :

1. ສ່ວນທີ່ເກີດຈາກໂຊດຽມແມ່ນມີດັ່ງນີ້ :– ເຮັດໃຫ້ພູມຕ້ານທານຮ່າງກາຍມະນຸດຫລຸດລົງ.– ເຮັດໃຫ້ເກີດມີສານຕົກຄ້າງໃນສະໝອງຂອງເດັກ ເຊິ່ງໃນເມື່ອເດັກໃຫຍ່ຂຶ້ນ ອາດຈະເຮັດໃຫ້ເດັກກາຍເປັນຄົນປັນຍາອ່ອນໄດ້.– ເຮັດໃຫ້ເດັກແອນ້ອຍເກີດອາການຊັກເຖິງຂັ້ນຮຸນແຮງ ເຊິ່ງບາງຄັ້ງແພດບໍ່ຮູ້ສາເຫດ ອາດເຮັດໃຫ້ການຮັກສາຜິດພາດ ແລະ ເປັນອັນຕະລາຍໄດ້.– ເປັນໄພຕໍ່ແມ່ຍິງຖືພາເຮັດໃຫ້ມີອາການບວມນໍ້າ ແລະ ຍັງມີພິດໄພຕໍ່ລູກໃນທ້ອງ.– ອັນຕະລາຍຕໍ່ຜູ້ປ່ວຍໂລກເບົາຫວານ, ໂລກຄວາມດັນ, ໂລກຫົວໃຈ ແລະ ໂລກອື່ນໆທີ່ແພດຫ້າມກິນເຄື່ອງເຄັມ.

2. ພິດໄພ ແລະ ອັນຕະລາຍທີ່ເກີດຈາກແປ້ງນົວໂດຍກົງແມ່ນມີດັ່ງນີ້

ມ ເຮັດໃຫ້ເກີດອາການຮ້ອນທີ່ປາກ, ລີ້ນ, ໃບໜ້າ, ແກ້ມ, ລໍາຄໍ, ໜ້າເອິກ, ບາງຄົນອາດມີຕຸ່ມ ແລະ ຜື່ນສີແດງຂຶ້ນຕາມໂຕ.

ທຳລາຍສະໝອງສ່ວນໜ້າທີ່ມີຊື່ວ່າ : Hypothalamus ເຊິ່ງເປັນສ່ວນສຳຄັນໃນການຄວບຄຸມການຈະເລີນເຕີບໃຫຍ່ຂອງຮ່າງກາຍ ແລະ ລະບົບສືບພັນ, ເຮັດໃຫ້ມີການຈະເລີນເຕີບໂຕຊ້າ, ປັນຍາອ່ອນ ແລະ ສົ່ງຜົນໃຫ້ລະບົບສືບພັນຜິດປົກກະຕິ.– ທຳລາຍລະບົບປະສາດຕາ.– ທຳລາຍກະດູກ ແລະ ໄຂກະດູກ ເຊິ່ງເປັນສ່ວນຜະລິດເມັດເລືອດແດງໃນຮ່າງກາຍ, ເຮັດໃຫ້ເລືອດຈາງໄດ້.– ເຮັດໃຫ້ເປັນໂລກຜິວໜັງໄດ້ງ່າຍ ແລະ ເຮັດໃຫ້ວິຕາມິນໃນຮ່າງກາຍຫລຸດລົງ.– ເຮັດໃຫ້ເກີດໂລກມະເຮັງໄດ້ໂດຍສະເພາະອາຫານທີ່ມີ່ສວນປະສົມຂອງແປ້ງນົວ ແລະ ຜ່ານຄວາມຮ້ອນຈາການປີ້ງ ຫລື ຈີ່.

ເຮັດໃຫ້ເປັນໂລກປະສາດໄດ້ງ່າຍຂຶ້ນ.ເມື່ອຮູ້ໂທດຂອງແປ້ງນົວຄືດັ່ງທີ່ກ່າວມານີ້ແລ້ວທາງວາລະສານເທວາຂໍແນະນຳໃຫ້ທຸກທ່ານຈົ່ງຫລຸດຜ່ອນການນຳໃຊ້ແປ້ງນົວເຂົ້າໃນການປຸງແຕ່ງອາຫານເຮັດດັ່ງນີ້ກໍ່ເພື່ອເປັນການຮັກສາສຸຂະພາບຂອງທ່ານເອງ.ວາລະສານເທວາ TAVA Magazine

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.