ຂະນະນີ້ໂຄວິດ-19 ກຳລັງແພ່ລະບາດຢ່າງຮ້າຍແຮງໄປທົ່ວໂລກ, ຊໍ້າບໍ່ໜຳຍັງເກີດກາຍພັນສາຍພັນໃໝ່ມາເລື້ຶອຍໆ ເຊັ່ນ: ເດລຕາ, ອານຟາ, ແລມດາ, ເບຕາ, ທີຕາ, ລັອດຕາ, ກັບປາ, ໄອໂອຕາ, ແກມມາ…ຊຶ່ງແຕ່ລະສາຍພັນລ້ວນແຕ່ມີຄວາມຮຸນແຮງ ແລະ ອັນຕະລາຍກວ່າສາຍພັນເດີມຫຼາຍເທົ່າ, ເປັນຕົ້ນແມ່ນ ແພ່ເຊື້ອໄວກວ່າ, ອາການຮຸນແຮງກວ່າ, ອັດຕາການຕາຍສູງກວ່າ, ດື້ວັກຊີນ ຕ້ານສັກຊີນໄດ້ດີກວ່າ…


ພວກເຮົາຄົນລາວທຸກຄົນຈົ່ງຍົກສູງສະຕິຊາດ, ຄວາມເປັນຊາດ ແລະ ຄວາມຮັກຊາດໃຫ້ສູງຂຶ້ນກວ່າເວລາໃດໝົດ. ພວກເຮົາຈົ່ງສາມັກຄີກັນເປັນຈິດໜຶ່ງໃຈດຽວຕີເອົາຊະນະສັດຕູໂຄວິດໂຕຮ້າຍກາດນີ້ໃຫ້ໝົດໄປຈາກປະເທດລາວ.