Breaking News

ແມ່ເຖົ້າ ອາຍຸ 90 ປີເສຍຊີວິດຍ້ອນຕິດເຊື້ອກາຍພັນ 2 ຊະນິດພ້ອມກັນ

ສຳນັກຂ່າວ ບີບີຊີ ລາຍງານເມື່ອວັນທີ 11 ກໍລະກົດ 2021 ວ່າ: ນັກວິໄຈເປີດເຜີຍວ່າ ມີຄວາມເປັນໄປໄດ້ ທີ່ຈະພົບການຕິດເຊື້ອກາຍພັນ 2 ຊະນິດໃນເວລາດຽວກັນ ຫຼັງພົບແມ່ເຖົ້າ ຊາວເບລຢຽມ ອາຍຸ 90 ປີເສຍຊີວິດຈາກການຕິດເຊື້ອໂຄວິດ-19 ກາຍພັນທັງ ອັລຟາ ແລະ ເບຕາ ພ້ອມກັນ.

ຫຼັງການເສຍຊີວິດ ເຈົ້າໜ້າທີ່ການແພດໄດ້ກວດສອບເພື່ອຫາຕົວແປການຕິດເຊື້ອຈຶ່ງພົບວ່າແມ່ເຖົ້າຄົນນີ້ ມີທັງເຊື້ອອັລຟາທີ່ພົບໃນອັງກິດ ແລະ ເຊື້ອເບຕາ ທີ່ພົບໃນອາຟຣິກກາໃຕ້ພ້ອມກັນໃນຮ່າງກາຍຂອງຄົນຜູ້ດຽວ.

ໂດຍເຈົ້າໜ້າທີ່ແພດຕັ້ງຂໍ້ສົງໄສວ່າ: ການຕິດເຊື້ອຂອງເຂົາໜ້າຈະໄດ້ຮັບເຊື້ອມາຈາກຄົນ 2 ຄົນ ຊຶ່ງສອດຄ່ອງກັບສາຍພັນທີ່ເບລຢຽມ ກຳລັງປະເຊີນໃນຊ່ວງເວລາດັ່ງກ່າວແຕ່ບໍ່ທັນຮູ້ແນ່ວ່າ ແມ່ເຖົ້າຄົນດັ່ງກ່າວຕິດເຊື້ອມາຈາກໃສ ຊຶ່ງນັບວ່າເປັນກໍລະນີທຳອິດທີ່ມີຫຼັກຖານຢືນຢັນຊັດເຈນເຖິງການຕິດເຊື້ອພ້ອມກັນທັງສອງສາຍພັນໃນຄາວດຽວກັນ ຊຶ່ງຈະເປັນການພົບໄດ້ຍາກ ແຕ່ກໍມີໂອກາດທີ່ຈະເກີດຂຶ້ນໄດ້ ໂດຍຈະນຳເອົາກໍລະນີຂອງເຂົາເຂົ້າຫາລືໃນເວທີປະຊຸມວິຊາການນານາຊາດກ່ຽວກັບໂຣກຕິດຕໍ່ ແລະ ຈຸລິນຊີວິທະຍາພາກພື້ນ ເອີຣົບໃນປີນີ້.

– ແມ່ເຖົ້າ ອາຍຸ 90 ປີເສຍຊີວິດຍ້ອນຕິດໂຄວິດກາຍພັນ 2 ຊະນິດພ້ອມກັນເມື່ອເດືອນມັງກອນທີ່ຜ່ານມາ ນັກວິທະຍາສາດທີ່ ບຣາຊີລ ກໍພົບຜູ້ເຄີຍຕິດເຊື້ອໂຄວິດ-19 ການພັນ 2 ສາຍພັນເຊັ່ນກັນ ໂດຍໜຶ່ງໃນນັ້ນເປັນສາຍພັນແກມມາ ຊະນະທີ່ນັກວິໄຈຈາກປະເທດ ປອກຕຸຍການ ມີຂໍ້ມູນວ່າມີໄວລຸ້ນອາຍຸ 17 ປີໄດ້ເຂົ້າຮັກສາທັງພົບວ່າມີການຕິດເຊື້ອອີກສາຍພັນ ຂະນະທີ່ຍັງພັກຮັກສາຕົວຈາກການຕິດເຊື້ອຮອບທຳອິດ ຊຶງເປັນຄົນລະສາຍພັນກັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.