ອີກໜຶ່ງສາວງາມ! ນາງສາວລາວ 2020 ບຸນພະສອນ ບຸດດາລາ ແບ່ງປັນນໍ້າໃຈຊ່ວຍເຫຼືອທີມແພດຫມໍ, ພະຍາບານ ແລະ ເຈົ້າຫນ້າທີ່ທຸກໆທ່ານ

ຊົມເຊີຍ “ບຸນພະສອນ ບຸດດາລາ” ຫຼື ຈິນນີ້ ນາງສາວລາວ 2020 ທີ່ເປັນສ່ວນໜຶ່ງໃນການແບ່ງປັນນໍ້າໃຈເລັກໆນ້ອຍໆ ແລະ ຂໍເປັນກຳລັງໃຈໃຫ້ທີມແພດຫມໍ, ພະຍາບານ ແລະ ເຈົ້າຫນ້າທີ່ທຸກໆທ່ານທີ່ກຳລັງປະຕິບັດຫນ້າທີ່ສູ້ກັບໂຄວິດ, ຮ່ວມແຮງຮ່ວມໃຈຊ່ວຍກັນ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ ຂໍໃຫ້ທຸກຄົນປອດໄພ.

ນອກນີ້ ກ່ອນເກີດການລະບາດພະຍາດໂຄວິດ ຈິນນີ້ ຍັງໄດ້ແບ່ງປັນນຳ້ໃຈ ແລະ ຄວາມສຸກເລັກໆນ້ອຍໆໃຫ້ນ້ອງໆທີ່ສູນພິການຕາ ອີກດ້ວຍ.

ເວົ້າໄດ້ວ່າປະຕິບັດໜ້າທີ່ນາງສາວລາວຢ່າງສົມກຽດ ແລະ ເປັນແວ່ນແຍງທີ່ດີຕໍ່ສັງຄົມ.

ຂໍຂອບໃຈສຳລັບການສົ່ງຕໍ່ນໍ້າໃຈ ແລະ ການຊ່ວຍເຫຼືອປະຊາຊົນລາວນຳກັນເດີ້.

ເຮົາຈະຜ່ານວິກີດນີ້ໄປນຳກັນ

