ສະຫວັນເຂັ້ມງວດຂຶ້ນ! ລະເມີດມາດຕະການໂຄວິ ດ ປັບໃຫມທັນທີ

ແຂວງ ສະຫວັນນະເຂດ ໄດ້ອອກແຈ້ງການເພີ່ມເຕີມ ໂດຍໃຫ້ປະຕິບັດມາດຕະການປັບໃຫມ ແລະ ດຳເນີນຄະດີຕ່ໍບຸກຄົນລວມເຖິງຜູ້ປະກອບການຮ້ານບັນເທີງ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ(ທີ່ມີທາດເຫລົ້າ), ຮ້ານບໍລິການນວດສະປາທຸກປະເພດ, ຮ້ານສະຫນຸກເກີ້, ຮ້ານອິນເຕີເນັດ ແລະ ຮ້ານເກມທຸກປະເພດພາຍໃນແຂວງສະຫວັນນະເຂດທີ່ຍັງລະເມີດແຈ້ງການວ່າດ້ວຍການຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ດັ່ງນີ້:

1.ຄັ້ງທຳອິດ ປັບໃຫມ 10,000,000 ກີບ ພ້ອມໂຈະກິດຈະການຊົ່ວຄາວພ້ອມທັງນຳຕົວເຈົ້າຂອງຮ້ານໄປສືກສາອົບຮົມ 48 ຊົ່ວໂມງ.

2.ຖ້າສືບຕ່ໍລະເມີດ ປັບໃຫມ 30,000,000 ກີບ ພ້ອມຖອນໃບອະນຸຍາດກດຳເນີນກິດຈະການຖາວອນ ແແລະນຳເຈົ້າຂອງຮ້ານດຳເນີນຄະດີຕາມກົດຫມາຍ

