Breaking News

ຊາວພຸດທະສາສະໜາ ພ້ອມດ້ວຍຊາວບ້ານ ບ້ານສົມສະຫວ່າງ ພ້ອມໃຈກັນສ້າງພະພຸດທະຮູບໃຫຍ່ມິ່ງເມືອງ

ພິທີຫຼໍ່ພະພຸດທະຮູບໃຫຍ່ມິ່ງເມືອງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດນີ້ ທີ່ວັດສົມສະຫວ່າງ ສັນຕິມີໄຊ ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມຂອງຝ່າຍສົງ ມີ ເຈົ້າຄະນະເມືອງ-ຮອງເຈົ້າຄະນະເມືອງ, ພະສົງສໍາມະເນນ, ຝ່າຍອົງການປົກຄອງ ມີທ່ານ ສູນທອນ ວັນສະຫວ່າງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນ ຜູ້ເລື່ອມໃສສັດທາໃນພຸດທະສາສະໜາ ເຂົ້າຮ່ວມ.

ພິທີ ໄດ້ເລີ່ມຈາກການສູດປະລິຕະມຸງຄຸນ ເພື່ອເອົາເລີກງາມຍາມດີ ຍາມສິຣິມຸງຄຸນ ຈາກນັ້ນ ຕາງໜ້າຝ່າຍອົງການປົກຄອງ ມີ ທ່ານ ສູນທອນ ວັນສະຫວ່າງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ຜູ້ເລື່ອມໃສສັດທາໃນພຸດທະສາສະໜາ ໄດ້ພ້ອມກັນ ເປັນເຈົ້າພາບ-ເຈົ້າສັດທາ ເທປູນຫຼໍ່ພະພຸດທະຮູບໃຫຍ່ມິ່ງເມືອງ ຕາມຂັ້ນຕອນ ແລະ

ແບບຂອງພະພຸດທະຮູບຈໍາລອງ, ເຊິ່ງພະພຸດທະຮູບອົງດັ່ງກ່າວ ແມ່ນມີລວງກວ້າງຂອງໜ້າແທ່ນ 3.20 ແມັດ, ສູງ 5.40 ແມັດ. ໂດຍນໍາໃຊ້ງົບປະມານກໍ່ສ້າງ ທີ່ໄດ້ຈາກນໍ້າ ໃຈເລື່ອມໃສສັດທາຂອງຊາວພຸດທະສາສະໜາ ທັງໝົດ 92.000.000 ກີບ, ໃນນີ້, ໄດ້ຮັບງົບປະມານສົມທົບ ຈາກທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ພ້ອມດ້ວຍການນໍາຂອງແຂວງ ຈໍານວນ 30.000.000 ກີບ.

ທ່ານ ຊຽງມີ ເພັດດາວເຮືອງ ປະທານແນວລາວສ້າງຊາດ ບ້ານສົມສະຫວ່າງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການສ້າງພະພຸດທະຮູບໃຫຍ່ມິ່ງເມືອງ ເພື່ອເຮັດໃຫ້ ວັດສົມສະຫວ່າງ ສັນຕິມີໄຊ ເປັນສະຖານທີ່ສັກສິດ ແລະ ເປັນສູນລວມແຫ່ງການເຊື່ອຖືທາງດ້ານຈິດໃຈ ຂອງຊາວພຸດທະສາສະໜາ ເພື່ອກາບໄຫ້ວ-ສັກກາລະບູຊາ ແລະ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.