Breaking News

ຈີນ ກຽມຈັດສົ່ງວັກແຊັງ 500 ລ້ານໂດສ ໃຫ້ 100 ກວ່າປະເທດ

ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ ກົວ ຊູຈຸ້ນ ຮອງຫົວໜ້າກົມເສດຖະກິດຕ່າງປະເທດ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເປີດເຜີຍວ່າ: ຈີນ ກຽມຈັດສົ່ງວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ 100 ກວ່າປະເທດທົ່ວໂລກ ເຊິ່ງຄິດເປັນສັດສ່ວນກວມເອົາ 1/6 ຂອງການຜະລິດວັກແຊັງປ້ອງກັນໂຄວິດ – 19 ໃນຂະນະນີ້, ພ້ອມສະໜັບສະໜູນປະເທດກຳລັງພັດທະນາຜະລິດວັກແຊັງ ເພື່ອເຮັດໃຫ້ປະຊາຊົນທົ່ວໂລກເຂົ້າເຖິງວັກແຊັງຫຼາຍຂຶ້ນ.

ທ່ານ ກົວ ກ່າວອີກວ່າ: ໃນໄລຍະຜ່ານມາ ສປ ຈີນ ໄດ້ຊ່ວຍເຫຼືອວັກແຊັງໃຫ້ແກ່ຫຼາຍປະເທດ, ພ້ອມກ່າວຢ້ຳວ່າ ຈີນ ຕໍ່ຕ້ານລັດທິ “ ວັກແຊັງຊາດນິຍົມ ” ( Vaccine Nationalism ) ຫຼື ການທີ່ຫຼາຍປະເທດອອກກົດໝາຍຄວບຄຸມການສົ່ງອອກວັກແຊັງ ເພື່ອໃຫ້ວັກແຊັງພຽງພໍຕໍ່ການຊົມໃຊ້ພາຍໃນກ່ອນ ເພື່ອສ້າງຄວາມໄດ້ປຽບດ້ານເສດຖະກິດ.

ສ່ວນວັກແຊັງຂອງຈີນ ໄດ້ຮ່ວມມືກັບບໍລິສັດຜູ້ຜະລິດວັກແຊັງຈາກຕ່າງປະເທດ ເຊັ່ນ: ສະຫະລັດອາຣັບເອເມເຣັດ, ອິນໂດເນເຊຍ, ມາເລເຊຍ, ເອຢິບ, ບຣາຊິນ, ຕວັກກີ, ປາກິດສະຖານ ແລະ ເມັກຊິກໂກ ໂດຍມີກຳລັງການຜະລິດ 200 ລ້ານໂດສ.

ໃນ 140 ປະເທດທົ່ວໂລກທີ່ໄດ້ເຊັນຂໍ້ຕົກລົງຮ່ວມມືຕາມຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ( Belt and Road ) ນັ້ນ ຈີນໄດ້ສົ່ງມອບວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ 84 ປະເທດ ຕາມການຮຽກຮ້ອງຂອງປະເທດເຫຼົ່ານັ້ນແລ້ວ.

ໃນອະນາຄົດອັນໃກ້ນີ້ ຈີນ ຈະເດີນໜ້າປະສານງານກັບທຸກພາກສ່ວນ ເພື່ອຍົກລະດັບການຮ່ວມມືດ້ານວັກແຊັງ ເຮັດໃຫ້ປະເທດກຳລັງພັດທະນາ ສາມາດເຂົ້າເຖິງວັກແຊັງ ເພື່ອຕໍ່ສູ້ກັບພະຍາດໂຄວິດ – 19 ແລະ ຊ່ວຍສະໜັບສະໜູນການຟື້ນຕົວຂອງເສດຖະກິດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.