ທ່ານ ກົງສູນ ໃຫ່ຍແຫ່ງລາຊະອານະຈັກໄທ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ ມູນຄ່າ 492,200 ບາດ

ວັນທີ 13 ກໍລະກົດ 2021 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງລາຊະອານາຈັກໄທປະຈຳແຂວງສະຫວັນນາເຂດ ໄດ້ມາມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ປະເພດເຄື່ອງຊ່ວຍຫາຍໃຈສະນິດແຮງດັນບວກແບບຕໍ່ເນື່ອງ (CPAP) ຈໍານວນ 2 ເຄື່ອງ ມີມູນຄ່າ 492,200 ບາດ ເປັນກຽດກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມຄະນະ, ເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງຂອງການມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ປະເພດເຄື່ອງຊ່ວຍຫາຍໃຈສະນິດແຮງດັນບວກແບບຕໍ່ເນື່ອງ (CPAP) ເພື່ອໃຫ້ແຂວງສາລະວັນ ນຳໄຊ້ເຂົ້າການປິ່ນປົວຄົນເຈັບ ທີ່ໂຮງໝໍແຂວງສາລະວັນ ເພື່ອໃຫ້ການປິນປົວຄົນເຈັບຂອງແພດໝໍໄດ້ມີປະສິດທິພາບ ແລະປະສິດທິຝົນຂື້ນຕື່ມ.
