ຕື່ນແຕ່ເຊົ້າ ລົງນາຊ່ວຍກັນເດີ! ມື້ນີ້ອາກາດເຢັນດີ ລູກຊາວນາ. ເຊົ້າມື້ນີ້ ສາວພອນ ເນັດໄອດໍ ສາຍບ້ານນາ ຈາກສະຫວັນນະເຂດ ກໍ່ໄດ້ລົງດໍານາແຕ່ເຊົ້າ, ເຊິ່ງບັນດາແຟນຄລັບຕ່າງແຫ່ໃຫ້ກໍາລັງໃຈ. ຜ່ານໄປບໍ່ຮອດເທົ່າໃດຊົ່ວໂມງ ຍອດໄລກໍ່ທະລຸກາຍ 10 ພັນ ແລະ ແຊຢ່າງຫຼວງຫຼາຍ!

ສາວພອນ ຖືເປັນຄົນດັງ ທາງອອນລາຍ ແບບສະຕາຍບ້ານນາ ຍ້ອນຄວາມໜ້າຮັກ ລະເອກະລັກ ທີ່ບໍ່ມີໃຜຄື, ໂດຍສະເພາະຄວາມກ້າສະແດງອອກ
ແບບສາວພອນ ທີ່ເຮັດໃຫ້ມີຄົນຕິດຕາມ ຈໍານວນຫຼາຍທົ່ວປະເທດ ແລະ ຈາກ ປະເທດເພື່ອນບ້ານ.