Breaking News

ແຊຕໍ່ ແຂວງຈຳປາສັກ ມີຄວາມສາມາດຮອງຮັບ ຜູ້ ຕິ ດ ເ ຊື້ ອໄດ້ອີກບໍ່ເກີນ 700 ຕຽງ

ວັນທີ 13 ກໍລະກົດ 2021 ນີ້, ທ່ານ ລັດສະໝີ ສີພັນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ໜັງສືພິມ ລາວພັດທະນາ ວ່າ: ປັດຈຸບັນແຂວງຈຳປາສັກໄດ້ມີແຮງງານລາວກັບມາຈາກປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍເປັນຈຳນວນຫລາຍ ແລະ ໄດ້ມີການຈຳກັດບໍລິເວນຕົນເອງຢູ່ສູນກັກກັນທີ່ທາງຄະນະສະເພາະກິດແຂວງກຳນົດໄວ້, ພ້ອມດຽວກັນນັ້ນກໍໄດ້ມີຜູ້ຕິດເຊື່ອເພີ່ມຂຶ້ນຫລາຍໃນແຕ່ລະວັນບໍ່ຕໍ່າກວ່າ 30 ຄົນ, ມີຜູ້ຕິດເຊື້ອສະສົມແລ້ວ 856 ຄົນ, ພວມປິ່ນປົວ 460 ຄົນ ແລະ ປິ່ນປົວດີ 396 ຄົນ.

ຕໍ່ກັບບັນຫາດັ່ງກ່າວ, ຄະນະສະເພາະກິດແຂວງຈຶ່ງໄດ້ຂະຫຍາຍສະຖານທີ່ປິ່ນປົວອອກຕື່ມ 3 ແຫ່ງຄື: ໂຮງໝໍເມືອງໂພນທອງ, ໂຮງໝໍ 106 ກອງທັບ ແລະ ໂຮງໝໍພາກສະໜາມວິທະຍາໄລການເງິນ, ເຊິ່ງທັງ 3 ແຫ່ງນີ້ຍັງມີຕຽງຮອງຮັບຜູ້ຕິດເຊື້ອໄດ້ອີກປະມານ 700 ຕຽງ. ແຕ່ຖ້າຍັງພົບຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ເປັນຈຳນວນຫລາຍ ຄາດວ່າອີກປະມານສອງອາທິດທາງແຂວງຈະບໍ່ພໍຕຽງໃນການຮອງຜູ້ຕິດເຊື້ອຢ່າງແນ່ນອນ.

ຊຕໍ່ ແຂວງຈຳປາສັກ ມີຄວາມສາມາດຮອງຮັບ ຜູ້ ຕິ ດ ເ ຊື້ ອໄດ້ອີກບໍ່ເກີນ 700 ຕຽງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.