Breaking News

ສະຖານທູດຝຣັ່ງ ມອບອາຫານໃຫ້ແພດໝໍ ແລະ ຄົນ​ເຈັບ ຢູ່ໂຮງໝໍມະໂຫສົດ .

ໃນວັນທີ 14 ກໍລະກົດ 2021 ນີ້, ຢູ່ໂຮງໝໍມະໂຫສົດ ນະ​ຄອນຫລວງວຽງຈັນ, ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເປັນກຽດຮັບອາຫານຈໍານວນ 4.500 ກ່ອງ ຈາກ ທ່ານ ນາງ ຟໍຣຣອງ ຊັອງບັລອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ເພື່ອແຈກຢາຍໃຫ້ບັນດາແພດໝໍ ແລະ ຄົນເຈັບ ຢູ່ໂຮງໝໍມະໂຫສົດ, ເນື່ອງໃນໂອກາດວັນຊາດຝຣັ່ງ ວັນທີ 14 ກໍລະກົດ.

ທ່ານ ທູດຝຣັ່ງ ໄດ້ມີຄໍາເຫັນວ່າ: ໂດຍປົກກະຕິແລ້ວ, ໃນແຕ່ລະປີຈະມີການຈັດງານລ້ຽງເພື່ອສະເຫລີມສະຫລອງວັນຊາດຝຣັ່ງ ທີ່ສະຖານທູດຝຣັ່ງ ປະຈໍາ ສປປ ລາວ, ແຕ່ປີນີ້ໄດ້ມີການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ປ່ຽນມາເປັນການຊື້ອາຫານແຈກຢາຍ ໃຫ້ແກ່ແພດໝໍ ແລະ ຜູ້ປ່ວຍຢູ່ໂຮງໝໍມະໂຫສົດ, ໃນໄລຍະການລະບາດຂອງພະຍາດໂຄວິດ-19 ໂດຍຈະແຈກຢາຍອາຫານຈໍານວນ 4.500 ກ່ອງ ແລະ ແບ່ງເປັນ 500 ກ່ອງຕໍ່ມື້ ຈໍານວນ 9 ມື້.

ນອກຈາກນີ້, ຍັງຈະໄດ້ມອບອາຫານໃຫ້ໂຮງໝໍແຂວງສະຫວັນນະເຂດ ຈໍານວນ 2.000 ກ່ອງ ລວມມູນຄ່າ 112 ລ້ານກວ່າກີບ, ໂດຍແມ່ນງົບປະມານສົບທົບ ຂອງສະ​ຖານທູດ ແລະ ບໍລິສັດ ຝຣັ່ງ ໃນລາວຈໍານວນໜຶ່ງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.