ໂຄງການໂຄແວັກສ້າງຕັ້ງຂຶ້ນໃນເດືອນ ເມສາ ປີ 2020 ຕັ້ງເປົ້າໝາຍ ເພື່ອສະໜັບສະໜູນການພັດທະນາ ຈັດຊື້ ແລະ ສົ່ງວັກຊິນໂຄວິດ-19 ໄປຫຼາຍກວ່າ 180 ປະເທດທົ່ວໂລກ ໂດຍມີ, ອົງການອະນາໄມໂລກ (WHO) ເປັນຜູ້ນຳ ຮ່ວມກັບອົງການພັນທະມິດເພື່ອວັກຊິນທົ່ວໂລກ ສຳລັບການສັກວັກຊີນ ແລະ ສັກຢາປ້ອງກັນພະຍາດ, ຫຼື (GAVI) ທີ່ສ້າງຕັ້ງຂຶ້ນໂດຍ ບິວ ເກດ ແລະ ພັນລະຍາ ລວມເຖິງ

ກຸ່ມພັນທະມິດຄວາມຮ່ວມມື ດ້ານວັດທະນາທຳເພື່ອຮັບມືພະຍາດລະບາດ (Coalition for Epidemic Preparedness Innovations ຫລື Cepi)ໂຄແວັກ (COVAX) ຫຍໍ້ມາຈາກ COVID-19 Vaccines Global Access ຫລືວ່າ ການເຂົ້າເຖິງວັກຊີນໂຄວິດ-19 ຢ່າງສະເໝີພາບກັນ ເປົ້າໝາຍຂອງໂຄແວັກແມ່ນຜະລິດວັກຊິນໂຄວິດ-19 ໃຫ້ໄດ້ເຖິງ 2000 ລ້ານໂດສບໍ່ເກີນ ທ້າຍປີ 2021 ເພື່ອປ້ອງກັນບຸກຄະລາກອນທາງກາານແພດຜູ້ເປັນໜ່ວຍໜ້າດ່ານ ທີ່ຕ້ອງປະເຊີນກັບຄວາມສ່ຽງຫຼາຍທີ່ສຸດ ສຳລັບປະເທດທີ່ມີລາຍໄດ້ຕ່ຳ ຈົນຮອດ ລາຍໄດ້ປານກາງ


ສ່ວນວັກຊິນທີ່ໂຄງການໂຄແວັກ ສັ່ງຊື້ ແລະ ແຈກຢາຍໃນໄລຍະທຳອິດ ແມ່ນວັກຊິນແອສຕຣາເຊເນກາ ຈຳນວນ 240 ລ້ານໂດສ ໂດຍໄດ້ຮັບອະນຸຍາດໃຫ້ສະຖາບັນເຊຮຸມຂອງອິນເດຍເປັນຜູ້ຜະລິດ 96 ລ້ານໂດສ ມາຈາກການຈັດຊື້ໂດຍກົງຈາກແອສຕຣາເຊເນກາ ແລະ ໄຟເຊີ/ໄບໂອເທັກ ອີກ 1.2 ລ້ານໂດສຈັດຊື້ ແລະ ຈັດສົ່ງໃຫ້ກັບ 18 ປະເທດໄລຍະທ້າຍເດືອນມີນາ ເຊັ່ນ ປະເທດໂຄລົມເບຍ, ເປຣູ, ຟິລິບປິນ, ອາເມລິກາໃຕ້, ເກົາຫຼີໃຕ້ ແລະ ຢູເຄນ ໄດ້ຮັບຫລາຍທີ່ສຸດແມ່ນປະເທດລະ 1.17ລ້ານໂດສ ເພາະຕ້ອງໄດ້ໃຊ້ຕູ້ຈັດເກັບຮັກສາໃນອຸນຫະພູມ-70 ອົງສາ.
