Breaking News

ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄ ວິ ດ ເສຍຊີວິດ 52 ຄົນ

ເກີດເຫດໄຟໄໝ້ໂຮງໝໍ ອັນຮຸສເຊັນ ໃນເມືອງ ສິຣິຍະ ທາງຕອນໃຕ້ຂອງ ອີຣັກ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ ເສຍຊິວິດ 52 ຄົນ ແລະ ມີຜູ້ສູນຫາຍເປັນຈຳນວນຫຼາຍ ໂດຍໄຟໄດ້ລຸກໄໝ້ຂຶ້ນໃນພະແນກປິ່ນປົວຄົນເຈັບໂຄວິດ.

ທີ່ມີຕຽງຄົນເຈັບກຳລັງນອນປິ່ນປົວຢູ່ 60 ຕຽງ ຊຶ່ງຜູ້ເສຍຊີວິດ ສ່ວນໃຫຍ່ມີບາດແຜໄຟໄໝ້ຮູນແຮງ, ເຈົ້າໜ້າທີ່ໄດ້ເລັ່ງຄົ້ນຫາຜູ້ລອດຊິວິດໃຕ້ຊາກສັດຫັກພັງ ທ່າມກາງຄວັນໄຟໜາປຶກ ຊຶ່ງເປັນອຸປະສັກ ໃນການຄົ້ນຫາ.

ຂະນະດຽວກັນມີຍາດພີ່ນ້ອງຂອງຜູ້ເສຍຊິວິດ ແລະ ຜູ້ສູນຫາຍ ບໍ່ພໍໃຈຕໍ່ເຈົ້າໜ້າທີ່ ໄດ້ມາລວມຕົວກັນຢູ່ໜ້າໂຮງໝໍ ແລ້ວ ຈູດໄຟເຜົາລົດຂອງເຈົ້າໜ້າທີ່ຕຳຫຼວດ ພ້ອມທັງລະບຸວ່າ ເຈົ້າໜ້າທີ່ທີ່ ສໍ້ລາດບັງຫຼວງ ຈະຕ້ອງເປັນຝ່າຍຮັບຜິດຊອບຕໍ່ຄວາມເສຍຫາຍໃນຄັ້ງນີ້, ສ່ວນຜູ້ອຳນວຍການໂຮງໝໍໄດ້ລາອອກຈາກຕຳແໜ່ງແລ້ວ.

ສ່ວນທ່ານ ມິສຕາຟາ ອັລຄໍດີມີ ນາຍົກລັດຖະມົນຕີອີຣັກໄດ້ປະກາດສະຖານະການສຸກເສີນໃນພື້ນທີ່ເກີດເຫດແລ້ວ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.